ບັນດາ​ການ​ເຄື່ອນ​ໄຫວສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ສາກົນ ຢູ່​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆຂອງຫວຽດນາມ

(VOVWORLD) -   ເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2020 ແລະ ສະເຫຼີມສະຫຼອງ 74 ປີ ແຫ່ງວັນສ້າງຕັ້ງຂອງຂະແໜງແຜນການ ແລະ ການລົງທຶນ, ຕອນຄໍ່າວັນທີ 31 ທັນວາ, ຢູ່ພະລາດຊະວັງ ທັງລອງ, ຮ່າໂນ້ຍ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດຕັ້ງລາຍການ “ຫວຽດນາມ ມີຄວາມເອກອ້າງທະນົງໃຈ”.

      ກ່າວຄໍາເຫັນໃນລາຍການ, ທ່ານ ຫງວຽນຈີ້ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຢັ້ງຢືນວ່າ:

        “ຜ່ານລາຍການ, ພວກຂ້າພະເຈົ້າຢາກຝາກຄວາມຫວັງ, ຄວາມສຸດຈິດສຸດໃຈຂອງພວກເຮົາທຸກຄົນ ເຮັດໃຫ້ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດອັນສະຫງ່າອົງອາດຂອງປະເທດຊາດໃຫ້ກາຍເປັນເຈດຈໍານົງ, ມານະຈິດຄຸນທາດ ແລະ ວິຖີຊີວິດ ໃຫ້ສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ກ່າວເຂົ້າສູ່ປີໃໝ່, ທົດສະວັດໃໝ່, ດ້ວຍທີ່ຕັ້ງບົດບາດໃໝ່, ມຸ່ງໄປສູ່ຜົນສໍາເລັດໃໝ່ໃນປີ 2020, ພ້ອມກັນເຮັດໃຫ້ປະເທດຫວຽດນາມ ຮຸ່່ງເຮືອງໃສແຈ້ງ, ປະຊາຊົນຫວຽດນາມທຸກຄົນມີຄວາມອີ່ມໜໍາສໍາລານສົມບູນພູນສຸກ”.

ບັນດາ​ການ​ເຄື່ອນ​ໄຫວສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ສາກົນ ຢູ່​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆຂອງຫວຽດນາມ - ảnh 1ບັນຍາກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ຮ່າໂນ້ຍ (ພາບ: thanhnien.vn) 

        ກໍໃນຕອນຄໍ່າວັນທີ 31 ທັນວາ, ຮ່າໂນ້ຍ ໄດ້ຈັດຕັ້ງບັນດາລາຍການສະແດງສິລະປະທີ່ຫຼາຍຮູບຫຼາຍສີຢູ່ບໍລິເວນໜອງຮວ່ານກ໊ຽມ, ຢູ່ເມືອງ ແລະ ຕາແສງຕ່າງໆ ເປັນຕົ້ນແມ່ນ ລາຍການ Countdown 2020, Countdown Party...

        ໃນຂະນະນັ້ນ, ຢູ່ສະໜາມຫຼວງຂອງໂຮງລະຄອນໃຫຍ່ນະຄອນຫ໋າຍຟ່ອງ ກໍ່່ໄດ້ດໍາເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ລະດູບານໃໝ່ ຫ໋າຍຟ່ອງ 2020” ດ້ວຍບັນດາລາຍການສະແດງສິລະປະນັບແຕ່ແບບທີ່ເປັນມູນເຊື້ອຕະຫຼອດຮອດທັນສະໄໝ ເຊິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈໍານວນຫຼວງ
ຫຼາຍ. ອ້າຍ Olman  ແລະ ເອື້ອຍ Alisson, ເຊິ່ງເປັນແຂກທ່ອງທ່ຽວມາຈາກ ປະເທດປາກິດສະຖານ ແບ່ງປັນວ່າ:

“ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອໄດ້ມາຮ່ວມໃນຄໍ່າຄືນນີ້. ພິທີຕ້ອນຮັບປີໃໝ່ຢູ່ທີ່ນີ້ ແມ່ນຄັກຫຼາຍ, ປະຊາຊົນມີຄວາມສະໜິດສະໜົມ, ອາຫານກໍແຊບ ແລະ ມີລົດຊາດພິເສດທີ່ສຸດ. ພວກຂ້າພະເຈົ້າໄດ້ໄປທ່ຽວຊົມນະຄອນຫ໋າຍຟ່ອງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ສາກົນ 2020 ພ້ອມກັບທຸກໆຄົນ”.

        ແລະກໍໃນຕອນຄ່ຳຂອງວັນທີ 31 ທັນວານີ້, ຢູ່ສະຖານທີ່ຕ່າງໆໃນທົ່ວປະເທດກໍໄດ້ຈັດຕັ້ງພິທີສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ສາກົນ 2020 ຢ່າງຟົດຟື້ນມ່ວນຊື່ນ.


ຕອບກັບ

ຂ່າວ/ບົດ​ອື່ນ