ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມີນຄົບຮອບ58ປີ


ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມີນຄົບຮອບ58ປີ - ảnh 1
ພາບປະກອບ

(vovworld)- ​ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມ​​ກອມ​ມູ​ນິດ ໂຮ່​ຈີ​ມີນ ຄົບ​ຮອບ 85 ປີ (26/3/1931-26/3/2016), ຕອນ​ຄ່ຳ​ວັນ​ທີ 20/3, ຢູ່ ເຂດ​ອາ​ນຸ​ສອນ​ສະ​ຖານ  ຫຼີ​ຕຶ​ຈອງ ແຂວງ​ຮ່າ​ຕີ໋ງ, ສະ​ພາເຍົາ​ວະ​ຊົນ​ສູນ​ກາງ ​ໄດ້​ສົມ​ທົບ ກັບ​ຄະ​ນະ​ຊາວ​ໜຸ່ມແຂວງ​ຮ່າ​ຕີ໋ງ, ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ ສີ​ລະ​ປະ “ ຮ້ອງເພັງກ່ຽວ​ກັບ​ອຸ​ດົມ​ຄະ​ຕິ​ໄວ​ໜຸ່ມ​ຫວຽດ​ນາມ”. ພ້ອມ​ກັບ​ລາຍ​ການສະ​ແດງ​ສີລະ​ປະ ທີ່​ເປັນ​ເອກກ​ະ​ລັກ​ສະ​ເພາະ​ພິ​ເສດ ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ໂຮ່​ຈີ​ມີນ, ບັນ​ດາ​ເພື່ອນ​ໜຸ່ມ ​ໄດ້ພົບ​ປະ​ແລກ​ປ່ຽນ​ ກັບ​ບັນ​ດາ​ວິ​ລະ​ຊົນກຳ​ລັງປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ແລະ ​ບັນ​ດາ ​ສະ​ມາ​ຊິກຊາວ​ໜຸ່ມເຍົາ​ວະ​ຊົນ​ທີ່​ດີ​ເດັ່ນ. ກ່າວ​ຄວາມ​ເຫັນ​ທີ່​ລາຍ​ການ, ທ່ານ ຫງວຽນ​ລອງ​ຫາຍ, ເລ​ຂາຄະ​ນະ​ຊາວ​ໜຸ່ມສູນ​ກາງ, ປະ​ທານ​ສະ​ພາເຍົາ​ວະ​ຊົນ​ສູນ​ກາງ ຢັ້ງ​ຢືນ​ວ່າ:

“ ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສີ​ລະ​ປະ ຮ້ອງ​ເພງ​ກ່ຽວ​ກັບອຸ​ດົມ​ຄະ​ຕິ​ໄວ​ໜຸ່ມ​ຫວຽດ​ນາມ” ໄດ້​ຈັດ​ຂື້ນ​ ຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມີນຜູ້​ທຳ​ອິດ ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມ​​ກອມ​ມູ​ນິດ ໂຮ່​ຈີ​ມີນ ຄົບ​ຮອບ 85 ປີ ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ລຸ່ນ​ກ່ອນ ທີ່​ໄດ້​ສ້າງ​ເປັນ​ມູນ​ເຊື້ອ​ອັນ​ລ້ຳຄ່າ ໃຫ້​​ໄວ​ໜຸ່ມ ຫວຽດ​ນາມ. ລາຍ​ການກໍ່​ຍັງ​ເປັນ​ສານ​ ໃຫ້​ຄົນ​ລຸ່​ນໜຸ່ມ​ໃນ​ມື້ນີ້ ແລະ ຢັ້ງ​ຢືນ​ວ່າ: ຈະ​ຮັກ​ສາ​ແນວ​ໄຟ​ປະ​ຕິ​ວັດ​ໃນ​ຫົວ​ໃຈ​ຂອງ​ໄວ​ໜຸ່ມ​ແຕ່​ລະ​ຄົນ ສືບ​ຕໍ່​ສ້າງ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ຊາ​ດ, ຂອງພັກ, ຂອງຊາວ​ໜຸ່ມ, ເຍົາ​ວະ​ຊົນ ດ້ວຍ​ອາ​ລົມ​ຈິດ ແລະ ສະ​ຕິ​ຄວາມ​ຮັບ​ຜິ​ຊອບ​ທັງ​ໝົດ ຕໍ່​ພາ​ລ​ໜ້າ​ທີ່​ຂອງໄວ​ໜຸ່ມ​ໃນ​ໄລຍະ​ການ​ປະ​ຕິ​ບັດ​ໃໝ່

ເນື່ອງ​ໃນ​ໂອ​ກາດນີ້ ຄະ​ນະ​ຊາວ​ໜຸ່ມ​ສູນ​ກາງ​ສະ​ພາ​ເຍົາ​ວະ​ຊົນ​ໄດ້​ມອບ​ທຶນ​ສຶກ​ສາ​ຈຳ​ນວນ 40 ທຶນ ແລະ ເຮືອນ 3 ຫລັງ, ແຕ່​ລະ​ຫລັງ​ມີ​ມູນ​ຄ່າ 50 ລ້ານ​ດົ່ງ ໃຫ້​ແກ່​ນ້ອງ​ນ້ອຍເຍົາ​ວະ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸງ​ຍາກ ເປັນ​ພິ​ເສດ ແຕ່​ໄດ້​ບືນ​ຕົວ​ຂຶ້ນ​ໃນ​ການ​ຮ່ຳ​ຮຽ​ນ

ຂ່າວ/ບົດ​ອື່ນ