ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາປາຣີ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາປາຣີ - ảnh 1

(ພາບປະກອບ:laodong.com.vn)

(vovworld) -  ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ປາຣີ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ Choisy le Roi  ປະເທດຝະລັ່ງ ​ເລີ່​ມ​ແຕ່​ວັນ​ທີ 20/3 ຈະ​ມາ​ເຖິງ.​ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ, ວັນ​ທີ 21/03, ຈະ​ສາຍຟິມ​ເອກະສານ​ຂອງທ່ານ Daniel Roussel ​ຜູ້​ກຳກັບ​ການສະ​ແດງ, ນັກ​ຂ່າວ​ຊາວຝະລັ່ງ ຜູ້​ທີ່​ເຄີຍ​ເປັນ​ນັກ​ຂ່າວ​ໜັງສືພິມ​ມະນຸດສະທຳ ປະຈຳ​ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ. ທ່ານ Daniel Roussel ​ໃຫ້​ຮູ້​ວ່າ: ຟິມ​ເອກະສານ​ດັ່ງກ່າວ ​ໄດ້​ສ່ອງ​ແສງ​​ໃຫ້​ເຫັນບັນດາ​ການ​ເສຍສະຫຼະ, ຄວາມທຸກ​ຍາກ​ລຳບາກຂອງ​ບັນດາ​ຜູ້​ເຂົ້າຮ່ວມ​ສອງ​ຄະນະ​ເຈລະຈາ​ຂອງ​ຫວຽດນາມ ຢູ່​ກອງ​ປະຊຸມ​ປາຣີ:

   “ສັນຍາ​ປາຣີ ​ເຊັນ​ເມື່ອວັນ​ທີ 27/1/1973 ​ແມ່ນ​​ເລືອງລາວ​ອັນ​ມະຫັດສະຈັນ, ​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ເຈລະຈາໂດຍກົງລະຫວ່າງ 4 ຝ່າ​ຍ​ໃນ​ເວລາ​ເກືອບ 5 ປີ. ຟິມ​ເອກະສານ​ດັ່ງກ່າວ​ຍັງ​ສ່ອງ​ແສງ​ໃຫ້​ເຫັນ​ນ້ຄວາມ​ສາມັກຄີ​ລະຫວ່າງ​ຄະນະ​ທາງ​ພາກ​ເໜືອ​ກັບ​ປະຊາຊົນ​ຢູ່ ​Choisy le Roi ແລ​ະ ຢູ່​ມໍ່ໆ​ນັ້ນ, ກໍ່ຄືອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ບັນດາ​ເພື່ອນ​ຝະລັ່ງ, ຜູ້​ຮັບ​ໃຊ້​ຄະນະ, ຜູ້​ຂັບ​ລົດ, ຜູ້​ປົກ​ປ້ອງ…​ທີ່​ມີ​ຕໍ່​ຄະນະ​ເຈລະຈາ. ​ໃນ​ຈຸດ​ເວລານັ້ນ, ນັບ​ຮ້ອບຄົນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຄະນະ​ພາກ​ເໜືອ, ພາກ​ໃຕ້​ຄືດັ່ງ​ໃນ​ຄອບຄົວ​ດຽວ​ກັນ….ນັ້ນ​ແມ່ນ​ເລື່ອງ​ລາວ​ແຫ່ງ​ສັນຕິພາບ ​ແລະ ວັດທະນະທຳ​ມະນຸດ​ຊື່​ງຂ້າພະ​ເຈົ້າຢາກ​ເລົ່າ​ສູ່​ຟັງ

 

 

 

 

ຂ່າວ/ບົດ​ອື່ນ