ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
(ພາບປະກອບ / TTXVN)
(vovworld) - ສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2017), ວັນທີ 27/04 ຜູ້ຕາງໜ້າການນຳແຂວງ ລອງອານ ໄດ້ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ, ສະແດງເຄົາລົບຄວາມຮູ້ບຸນຄຸນ, ບັນດາລຸ້ນກ່ອນ ທີ່ໄດ້ຕໍ່ສູ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ລັດທິສັງຄົມນິຍົມ. ເນື່ອງໃນໂອກາດນີ້ ບັນດາທ້ອງຖິ່ນໃນແຂວງກໍ່ຈັດຕັ້ງການຢ້ຽມຢາມ, ມອບຂອງຂວັນ, ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ. ທະຫານປ້ອງກັນຊາຍແດນແຂວງ ລອງອານ ກໍ່ຈັດຕັ້ງການກວດ, ປິ່ນປົວພະຍາດ ແລະ ສະໜອງຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກ, ລູກຫຼານຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ. ທີ່ແຂວງ ຫວີງລອງ, ຄະນະໂຄສະນາສຶກສາແຂວງຈັດຕັ້ງພິທີປະກາດປຶ້ມ “ພູມສາດຫວີງລອງ” ແລະ “ຫວີງລອງ ເຂດດິນແດນ ແລະ ມະນຸດ”. ບັນດາປຶ້ມດັ່ງກ່າວ ສະໜອງຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບດ້ານພູມສາດ, ເສດຖະກິດ, ປະຫວັດສາດ, ການເມືອງ…ຂອງແຂວງ ຫວີງລອງ ນັບແຕ່ສະໄໝດຶກດຳບັນຈົນຮອດຊຸມປີຕົ້ນສະຕະວັດທີ 21.
ເຈືອຈານໃນບັນຍາກາດສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດ, ວັນທີ 27/04 ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຈັດຕັ້ງພິທີສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາຍໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.