ບັນດາການເຄື່ອນໄຫວສະເຫຼີມສະໜອງ71ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະໜອງ71ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ ​ເພື່ອ​ເປັນ​ການສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2015) ​ແລະ 26 ປີ​ແຫ່ງ​ວັນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ (22/12/1989 – 22/12/2015).ຕອນ​ເຊົ້າ​ວັນ​ທີ 22/12, ຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດເພື່ອ​ຊາດ ເຈືອງ​ເຊີນ, ແຂວງກວາງ​ຈິ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ກຸ່ມ​ກິດ​ຈະ​ກຳ​ເຂດ​ເຮືອນ​ພັກ​ໂດຍບໍ່​ເກັບ​ຄ່າ, ວິ​ຫານ ແລະ ອະ​ນຸ​ສາ​ວະ​ລີ ອາ​ຍຸ 20 ປີ​ຍືນ​ຍົງ​ຕະຫຼອດ​ໄປ. ນີ້​ແມ່ນ​ກິດ​ຈະ​ກຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄຸນ, ​ໜູ​ນ​ຊ່ວຍ​ບັນ​ດາ​ຄອບ​ຄົວ​ທີ​ມີ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ກໍ​ຄື​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ເປັນ​ເມື່ອ​ກັບ​ຄືນ​ຢ້ຽມ​ຢາມ​ເຂ​ດ​ສຸ​ສານ. ກ່ອນ​ໜ້ານັ້ນ ໃນວັນ​ທີ 21/12, ຢູ່​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​ຕັ້ງການ​ພົບ​ປະ​ສັງ​ສັນກັບ​ພະນັກງານ​ຂັ້ນ​ສູງ​ກອງທັບທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານໃນ​ບໍລິ​ເວນ​ແຂວງ​ປີ 2015. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ກວາງ​ນາມ, ດຳ​ເນີນ​ພິທີ​ມອບ​ນາມມະຍົດນັກຮົບ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ໃຫ້​ສ່ວນ​ບຸກຄົນ ​ຊຶ່ງ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການຕໍ່ສູ້​ຕ້ານ​ຈັກກະພັດ ອາ​ເມ​ລິ​ກາ​ ກູ້​ຊາດ.

        ​ເນື່ອງ​ໃນ​ໂອກາດ​ນີ້,ການສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ ກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ບາງ​ປະ​ເທດ​. ຕອນ​ເຊົ້າ​ວັນ​ທີ 22/12, ຢູ່ພະ​ນົມ​ເປັນ​, ປະ​ເທດ​ກຳ​ປູ​ເຈຍ ໄດ້​ຈັດ​ພິ​ທີ​ໄວ້​ອາ​ໄລ, ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ​ ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​, ກ່ອນ​ໜ້ານັ້ນ, ຄື​ໃນ​ວັນ​ທີ 20/12ຢູ່​ປະ​ເທດ​ເຢຍລະ​ມັນ, ​ໃນ​ຕອນ​ຄ່ຳ​ວັນ​ທີ 20/12, ສະມາຄົມນັກຮົບ​ເກົ່າ ຫວຽດນາມ Berlin – Brandenburg ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ທ່ານ ດ່ວານ​ຊວນ​ຮຸງ ​ໄດ້​ຢືນຢັນ ​ແລະ ຕີ​ລາຄາ​ສູງ​ບັນດາ​ມູນ​ເຊື້ອອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ. ບົນ​ພື້ນຖານ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ: ບັນດາ​ນັກຮົບ​ເກົ່າ​ສືບ​ຕໍ່​ຜັນ​ຂະຫຍາຍ​ມູນ​ເຊື້ອ ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ​ເຢຍລະ​ມັນ ​ພັດທະນາ, ​ເຊື່ອມ​ໂຍງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢຍລະ​ມັນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ