ການເຄື່ອນໄຫວໃນສັບປະດາວັນບຸນວິສາຂະບູຊາ |
(vovworld) – ເພື່ອຂ່ຳນັບຮັບຕ້ອນ ວັນບຸນວິສາຂະບູຊາ ພ.ສ 2559, ຢູ່ຖະໜົນຫົນທາງສາຍຕ່າງໆທີ່ນະຄອນເຫ້ວ ໃນຊຸມມື້ນີ້ ໄດ້ຮັບການປະດັບປະດາດ້ວຍດອກໄພ, ທຸງ, ດອກໄມ້. ເລີ່ມແຕ່ວັນທີ 25/5 ຫາວັນທີ 1/6 ມີການເຄື່ອນໄຫວຫຼາຍຢ່າງຄື : ຂະບວນລົດດອກໄມ້ແລ່ນຕາມຫົນທາງສາຍໃຫຍ່, ພິທີແຫ່ພະພຸດທະຮູບ….ພະອາຈານມະຫາ ທິກເຫ້ວເຟືອກ ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ :
“ ນອກຈາກບັນດາການເຄື່ອນໄຫວຄືທຸກໆປີເຊັ່ນ : ສວດມົນພາວະນາ, ສະແດງສິລະປະ, ງານວາງສະແດງ…ນັ້ນ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງ ເທື່ອທຽນເຫ້ວ ຍັງເອົາໃຈໃສ່ເຖິງບັນດາການເຄື່ອນໄຫວກຸສົນໃຫ້ຊາວໜຸ່ມເຍົາວະຊົນ ໂດຍຈັດຕັ້ງການລົງເຄື່ອນໄຫວກຸສົນເພື່ອຊ່ວຍເຫຼືອເດັກທີ່ປະສົບກັບຄວາມຫຍຸ້ງຍາກ ”