ບັນດາກຳລັງຢູ່ຢູແກຼນກ່າວຫາກັນລະເມີດຂໍ້ຕົກລົງຢຸດຍິງ

ບັນດາກຳລັງຢູ່ຢູແກຼນກ່າວຫາກັນລະເມີດຂໍ້ຕົກລົງຢຸດຍິງ - ảnh 1
ທະຫານ ຢູແກຼນ
ພາບປະກອບ:internet


(vovworld)-ວັນ​ທີ 6/9, ສາທາລະນະ​ລັດ​ປະຊາຊົນ Donetsk ຂະຫນານ​ນາມ​ເອງ ​ໃຫ້​ຮູ້​ວ່າ ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນດາ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່ີບັນລຸ​ໄດ້​ໃນ​ການ​ປະຊຸມ​ຂອງ​ກຸ່ມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ ຢູ​ແກຼນ ​ໃນ​ວັນ​ທີ 5/9 ຢູ່ ນະຄອນ Minsk ປະ​ເທດ Belarus, ກອງ​ທັບ ຢູ​ແກຼນ ສືບ​ຕໍ່​ຍິງປືນ​ໃຫຍ່​ເຂົ້າ Donetsk ​ແລະ ສະຖານ​ທີ່​ຈຳນວນ​ຫນຶ່ງ​ຂອງ​ບັນດາ​ມື​ປືນ​ຢູ່​ພາກ​ຕາ​ເວັນ​ອອກ ​ໃກ້​ກັບ​ນະຄອນ Mariupol. ​ໃນ​ຂະນະ​ນັ້ນ ​ໂຄສົກ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາ​ດ ຢູ​ແກຼນ, ທ່ານ Andriy Lysenko ກໍ່​ກ່າວ​ຫາ​ກຳລັງ​ທວງ​ເອົາ​ເປັນ​ສະຫະພັນ ​ໄດ້​ທຳລາຍ​ຂໍ້​ຕົກລົງ​ຢຸດ​ຍິງ ​ເມື່ອ​ບຸກ​ໂຈມ​ຕີ​ກຳລັງ​ກອງທັບ ກີ​​ແອບ. ທ່ານ Andriy Lysenko ຖະ​ແຫລ​ງວ່າ: ກີ​ແອບ ​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້ ​ແຕ່​ບັນດາ​ມື​ປືນ​ທ້ອງ​ຖິ່ນ ​ໄດ້​ມີ​ການ​ກະທຳ​​ເກາະ​ຜິດ​ຫລາຍ​ຢ່າງ.

ຂ່າວ/ບົດ​ອື່ນ