(VOVWORLD) - ຜ່ານການຈັດຕັ້ງມາເປັນເວລາ 5 ວັນ (2 – 6 ສິງຫາ), ດ້ວຍການໜູນຊ່ວຍຂອງນະຄອນ ໂຮ່ຈີມິນ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ຜົນສຳເລັດທີ່ໃຫຍ່ຫຼວງທີ່ສຸດຂອງງານມະໂຫລານຄັ້ງນີ້ ແມ່ນອາລົມຈິດຄວາມເບີກບານມ່ວນຊື່ຂອງຜູ້ເຮັດວຽກງານການຂ່າວຈາກທຸກແຖບຖິ່ນໃນທົ່ວປະເທດໄດ້ເຕົ້າໂຮມກັນຢູ່ນະຄອນ ໂຮ່ຈີມິນ ເຂົ້າຮ່ວມເຫດການນີ້ ຕໍ່ໜ້າການຟື້ນຟູ ແລະ ບືນຕົວຂຶ້ນຢ່າງແຮງຂອງນະຄອນ ໂຮ່ຈິມິນ ພາຍຫຼັງໂລກລະບາດໂຄວິດ - 19. ຜົນສຳເລັດທີ 2 ແມ່ນຄຸນນະພາບຂອງງານມະໂຫລານກະຈາຍສຽງທົ່ວປະເທດໃນປີນີ້ ແມ່ນມີການປັບປຸງຢ່າງເຫັນໄດ້ຊັດ.
ໄປຄຽງຄູ່ກັບການວາດພາບທ່າແຮງຂອງຂະແໜງກະຈາຍສຽງໃນການສຳຜັດກັບມະຫາຊົນ ເປັນຕົ້ນແມ່ນເປັນປະໂຫຍດສະດວກດີ, ຟັງໄດ້ງ່າຍ, ໃກ້ຊິດສະໜິດສະໜົມ, ວ່ອງໄວທັນການແລ້ວ, ງານມະໂຫລານກະຈາຍສຽງຄັ້ງທີ XV ນີ້ ຍັງໄດ້ສຳຜັດກັບມະຫາຊົນຜ່ານຊ່ອງທາງຕ່າງໆຄື ເວັບໄຊ, ແອັບຟຼີເຄຊັນ, ສື່ສັງຄົມອອນລາຍ…, ມີການປ່ຽນແປງໃໝ່ຢ່າງຈະແຈ້ງ. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ຖືວ່າ:
ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV) |
“ຈຸດປະສົງທີ່ໃຫຍ່ກວ່າແມ່ນດຶງດູດຄວາມສົນໃຈຢ່າງກວ້າງຂວາງໃນມະຫາຊົນຕໍ່ຂະແໜງກະຈາຍສຽງ ແລະ ພິເສດແມ່ນຄວາມເອົາໃຈໃສ່ຂອງການນຳບັນດາທ້ອງຖິ່ນ, ການນຳບັນດາກະຊວງ, ຂະແໜງການຕໍ່ບົດບາດ ແລະ ທີ່ຕັ້ງຂອງຂະແໜງກະຈາຍສຽງ, ເຮັດໃຫ້ມະຫາຊົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພວກເຮົາ, ເຂົ້າໃຈກ່ຽວກັບບົດບາດ ແລະ ພາລະກຳຂອງຂະແໜງກະຈາຍສຽງ. ພວກເຮົາກໍເຮັດໃຫ້ທຸກຄົນເຫັນໄດ້ບົດບາດ, ທີ່ຕັ້ງຂອງຂະແໜງກະຈາຍສຽງໃນຊີວິດປະຈຳວັນ, ໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດກໍຄືຂອງແຕ່ລະທ້ອງຖິ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.