ບັນດາຂໍ້ລິເລີ່ມຂອງຫວຽດນາມໄດ້ຮັບການຕີລາຄາສູງຢູ່ ADMM - 9
ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ
ຕອບສຳພາດຕໍ່ນັກຂ່າວ
(ພາບ: Vietnam+)
(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວ, ເນື່ອງໃນໂອກາດສິ້ນສຸດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດອາຊຽນຄັ້ງທີ 9 (ADMM-9), ເຊິ່ງດຳເນີນຢູ່ມາເລເຊຍ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ຢືນຢັນວ່າ, ຄະນະຜູ້ແທນຫວຽດນາມ ຕັ້ງໜ້າປະກອບສ່ວນເພື່ອກໍ່ສ້າງປະຊາຄົມການເມືອງ - ໝັ້ນຄົງຂອງອາຊຽນ ດ້ວຍຂໍ້ສະເໜີຫຼາຍຢ່າງ. ທີໜຶ່ງແມ່ນ, ຍົກສູງຄວາມຊື່ສັດ ແລະ ຄວາມຮັບຜິດຊອບຂອງແຕ່ລະປະເທດສະມາຊິກ ໃນການຮັບປະກັນ ແລະ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫົງບປອດໄພໃນພາກພື້ນ, ຖືຄວາມໝັ້ນຄົງຂອງປະຊາຄົມອາຊຽນແມ່ນຄວາມໝັ້ນຄົງຂອງປະເທດຕົນ; ສືບຕໍ່ປັບປຸງຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບເລື່ອງຈຳກັດນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ຕາມກົດບັດສະຫະປະຊາຊາດ. ທີສອງແມ່ນ, ເພີ່ມທະວີບົດບາດຂອງ ADMM, ຜ່ານການສຳພັດດ້ານຄວາມໝັ້ນຄົງຮອບດ້ານ. ທີສາມແມ່ນ, ເພີ່ມທະວີການພົວພັນປ້ອງກັນປະເທດສອງຝ່າຍລະຫວ່າງບັນດາປະເທດອາຊຽນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສືບຕໍ່ຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງມີປະສິດທິຜົນ, ຜ່ານມາດຕະການທາບທາມ, ນຳໃຊ້ສາຍຕິດຕໍໂດຍກົງ, ການພົບປະຂັ້ນສູງ ແລະ ຊຸກຍູ້ການເຄື່ອນໄຫວຮ່ວມລະຫວ່າງບັນດາກຳລັງກອງທັບ, ກໍ່ຄືເພີ່ມທະວີການສົມທົບກັນລະຫວ່າງກອງທັບ - ພົນລະເຮືອນ.