ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງຮ່າຢາງ
(ພາບ: baohagiang.vn)
(vovworld) - ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13, ບັນດາຄະນະສະມາຊິກສະພາແຫ່ງຊາດຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງ, ປະກາດຮ່າງເນື້ອໃນຂອງໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນຈະມາເຖິງ, ຮັບຟັງບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ທີ່ບັນດາການພົບປະ, ຜູ້ຕາງໜ້າບັນດາຄະນະສະມາຊິກສະພາແຫ່ງຊາດໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບກ່ຽວກັບຮ່າງເນື້ອໃນໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 11. ຕາມນັ້ນແລ້ວ, ທີ່ກອງປະຊຸມສະໄໝສາມັນເທື່ອນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 1 ສະບັບ; ສະພາແຫ່ງຊາດກໍ່ສະຫງວນເວລາເພື່ອພິຈາລະນາ, ໃຫ້ຄຳເຫັນ, ຕັດສິນບັນດາບັນຫາເສດຖະກິດ - ສັງຄົມ, ວຽກງານຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ, ໃນນັ້ນ ສຸມໃສ່ວຽກງານສະຫລຸບອາຍຸການສະພາແຫ່ງຊາດຊຸດທີ13.
ບັນດາຜູ້ມີສິດເລືອກຕັ້ງແຂວງ ຮ່າຢາງ ປາດຖະໜາວ່າ: ສະພາແຫ່ງຊາດສືບຕໍ່ເອົາໃຈໃສ່, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຕາໜ່າງທາງຄົມມະນາຄົມຊົນນະບົດເຂດພູດອຍ, ຊາຍແດນ, ສ້າງເງື່ອນໄຂສະດວກ ເພື່ອພັດທະນາເສດຖະກິດ - ສັງຄົມ, ຮັດແຄບຊ່ອງຫວ່າງລະຫວ່າງຊົນນະບົດ ແລະ ຕົວເມືອງ.
ທີ່ການພົບປະກັບຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງຈີ້, ຜູ້ມີສິດເລືອກຕັ້ງຕີລາຄາສູງບົດບາດບໍລິຫານຂອງການນຳສະພາແຫ່ງຊາດ ໂດຍຜ່ານບັນດາວາລະປະຊຸມໃນໄລຍະຜ່ານມາ ພ້ອມທັງສະແດງຄວາມມຸ່ງມາດປາດຖະໜາວ່າ ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນໃນເວລາທີ່ ຈະມາເຖິງບັນລຸຄຸນນະພາບສູງ.
ສ່ວນຢູ່ແຂວງ ເຮົ້າຢາງ, ໂດຍຜ່ານບັນດາການພົບປະ, ຜູ້ມີສິດເລືອກຕັ້ງໄດ້ມີຂໍ້ສະເໜີແນະຕໍ່ຄະນະສະມາຊິກສະພາແຫ່ງຊາດກ່ຽວກັບຫລາຍບັນຫາຄື: ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ຄວມມີມາດຕະການໃນການປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດຢ່າງຂ້ຽວຂາດ ແລະ ແຂງແຮງກ່ວາອີກ, ພິເສດແມ່ນການຕໍ່ສູ້ຕໍ່ການກະທຳຖົມດິນເປັນເກາະ, ຢຶດຄອງເກາະຕ່າງໆທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ. ຜູ້ມີສິດເລືອກຕັ້ງກໍ່ສະເໜີຕໍ່ສະພາແຫ່ງຊາດກ່ຽວກັບການສ້າງຍຸດທະສາດ, ປຶກສາຫາລືມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ພິເສດແມ່ນສະພາບການນ້ຳທະເລຊຶມ, ໄພແຫ້ງແລ້ງພວມເກີດຂຶ້ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ແຂວງເຮົ້າຢາງເວົ້າສະເພາະ.