ບັນດາທ້ອງຖີ່ນຈັດຕັ້ງງານໂຮມຊຸມນຸມຕອບສະໜອງເດືອນເຄື່ອນໄຫວແຫ່ງຊາດປ້ອງກັນ,ຕ້ານHIV/AIDSປີ2014

ບັນດາທ້ອງຖີ່ນຈັດຕັ້ງງານໂຮມຊຸມນຸມຕອບສະໜອງເດືອນເຄື່ອນໄຫວແຫ່ງຊາດປ້ອງກັນ,ຕ້ານHIV/AIDSປີ2014 - ảnh 1
​ງານ​ໂຮມຊຸມ​ນຸມ ໄດ້​ຈັດ​ຕັ້ງ​ຢູ່ ອຽນ​ບ໋າຍ
(ພາບ: tinhdoanyenbai)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/11, ຢູ່​ຮ່າ​ໂນ້ຍ, 3.000 ຄົນ​ເຊິ່ງ​ຕາງ​ໜ້າ​ໃຫ​້ 15 ແຂວງ​ພາກ​ເໜືອ​ໄດ້​ເຂົ້າ​ຮ່ວມ​ງານ​ໂຮມຊຸມ​ນຸມ​, ເດີນ​ຂະ​ບວນ​ຕອບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ປ້ອງກ​ັນ, ຕ້ານ HIV/AIDS ປີ 2014. ດ້ວຍ​ຫົວ​ຂໍ້ “ບໍ່​ຈຳ​ແນກ​ການ​ປະ​ພຶດ​ຕໍ່ຜູ້​ຕິດ HIV/AIDS”, ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ HIV/AIDS ປີນີ້​ສຸມ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ HIV/AIDS, ຍຸດ​ທະ​ສາດ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ HIV/AIDS ຮອດ​ປີ 2020 ແລະ ວິ​ໄສ​ທັດ 2030, ພິ​ເສດ​ແມ່ນ​ໂຄ​ສະ​ນາ​ກ່ຽວ​ກັບ​ ​ຕ້ານ​ກາ​ນ​ຈຳ​ແນກ​ການ​ປະ​ພຶດ​​ຕໍ່​ຜູ້​ຕິດ HIV/AIDS, ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ຕິດ​ແປດ HIV ແລະ ຜົນ​ປະ​ໂຫຍດ​ຂອງ​ການ​ສຳ​ພັດ​ບັນ​ດາ​ບໍ​ລິ​ການ​ສຳ​ຮອງ, ສົ່ງ​ເສີມ​ສຸ​ຂະ​ພາບ, ໜູນ​ຊ່ວຍ​ຜູ້​ຕິດ HIV ໂດຍ​ໄວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ແທງ​ລອງ, ເນັ້ນ​ໜັກ​ວ່າ:

        “ໂດຍ​ຕອບ​ສະ​ໜອງບັ້ນ​ເຄື່ອນ​ໄຫວປ້ອງ​ກັນ, ຕ້ານ AIDS ທົ່ວ​ໂລກ​ໄລ​ຍະ 2011 2015 ດ້ວຍ​ຫົວ​ຂໍ້ ມ​ຸ່ງ​ໄປ​ເຖິງ​ຈຸດ​ໝາຍ 3 ບໍ່, ບໍ່​ມີ​ຜູ້​ຕິດ HIV ໃໝ່, ບໍ່​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ AIDS ແລະ ບໍ່​ມີ​ການ​ຈຳ​ແນກ​ການ​ປະ​ພຶດ​​ທີ່ກ່ຽວ​ຂ້ອງ​ເຖິງ HIV/AIDS, ປີ 2014 ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ​ຫົວ​ຂໍ້ “ບໍ່​ຈຳ​ແນກ​ການ​ປະ​ພຶ​ດ​​ຕໍ່​ຜູ້​ຕິດ​ເຊື້ອ HIV” ເພື່ອ​ພ້ອມ​ກັນ​ຕ້ານ​ຄືນ​​ສະ​ພາບ​ຈຳ​ແນກ​ການ​ປະ​ພຶດໃນ​ປະ​ຈຸ​ບັນ.”

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ແຂວງ ດ້ຽນ​ບຽນ ກໍ່​ໄດ້​ຈັດ​ຕັ້ງ​ງານ​​ໂຮມຊຸມ​ນຸມ, ຕອບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ HIV/AIDS.


ຂ່າວ/ບົດ​ອື່ນ