(VOVWORLD) -ການເຄື່ອນໄຫວສົ່ງເສີມການຄ້າພວມໄດ້ຮັບການຍູ້ແຮງຈາກຫລາຍທ້ອງຖິ່ນ. ຢູ່ທາງທິດໃຕ້ພາກກາງຫວຽດນາມ, ແຂວງ ແຄງຮ່ວາ ຈະຈັດຕັ້ງຫລາຍລາຍການສົ່ງເສີມ, ດຶງດູດການລົງທຶນຈາກຕະຫລາດ ຍີ່ປຸ່ນ.
ນະຄອນ ຍາຈາງ ແຂວງ ແຄງຮວາ |
ຄາດວ່າ ແຕ່ວັນທີ 6-7 ຕຸລາ, ແຂວງ ແຄງຮ່ວາ ຈະຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນກັບບັນດາວິສາຫະກິດຍີ່ປຸ່ນ ເພື່ອແນະນຳໂດຍສັງເຂບກ່ຽວກັບສະພາບການຢູ່ແຂວງແຄງຮວ່າ, ພິເສດ ແມ່ນເຂດເສດຖະກິດ ເວີນຟອງ, ບັນດາເຂດອຸດສາຫະກຳ, ສະພາບແວດລ້ອມ ແລະ ການກຳນົດທິດດຶງດູດການລົງທຶນຂອງແຂວງ ໃນອະນາຄົດ, ສະເຫນີບັນດານະໂຍບາຍບຸລິມະສິດສະຫງວນໃຫ້ແກ່ວິສາຫະກິດຍີ່ປຸ່ນ ເມື່ອມາລົງທຶນຢູ່ແຂວງ. ທ່ານ ເລດືກວີງ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາໃຫ້ຮູ້ວ່າ:
“ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ. ໃນຫລາຍປີຜ່ານມາ ແຂວງ ຍັງບໍ່ທັນດຶງດູດການລົງທຶນຕ່າງປະເທດຫລາຍ ສະນັ້ນ ປະຈຸບັນ ຕ້ອງປະຕິບັດແຕ່ລະບາດກ້າວ. ປີນີ້ ຈະເລີ່ມຕົ້ນການດຶງດູດການລົງທຶນ, ສົ່ງເສີມການລົງທຶນພາຍໃນປະເທດ ແລະ ຕ່າງປະເທດ.”