( vovworld ) – ໃນລະຫວ່າງວັນທີ 29 – 30/3, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຈັດຕັ້ງການຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11, ກ່ຽວກັບ “ ບາງບັນຫາອັນຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ ”. ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງບັນດາແຂວງ. ຢູ່ແຂວງ Ha Giang, ທ່ານຮອງເລຂາຄະນະພັກແຂວງ Vuong Mi Vang ໄດ້ເຜີຍແຜ່ ແລະ ຊາບຊືມບັນດາເນື້ອໃນທີ່ສຳຄັນຂອງມະຕິ. ຕາມແຜນການຂອງຄະນະປະຈຳຄະນະພັກແຂວງ, ໃນເດືອນ 4 ແລະ ເດືອນ 5 ທີ່ຈະມາເຖິງຈະຈັດຕັ້ງການຊາບຊຶມມະຕິສູນກາງຄັ້ງທີ 4 ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງທີ່ໄດ້ພັກກິນເບ້ຍບຳນານ, ພະນັກງານຂັ້ນເມືອງພະນັກງານເທົ່າທຽບ ແລະ ພະນັກງານສະມາຊິກພັກຂັ້ນຮາກຖານ. ຢູ່ແຂວງ Vinh Phuc, ກອງປະຊຸມຊາບຊຶມມະຕິສູນກາງພັກຄັ້ງທີ 4 ໄດ້ສຸມໃສ່ແນະນຳ ແລະ ປຶກສາຫາລື 3 ບັນກາທີຮີບດ່ວນໃນວຽກງານກໍ່ສ້າງພັກປະຈຸບັນໂດຍສູນກາງພັກກຳນົດ. ຢູ່ແຂວງ Binh Duong, ກອງປະຊຸມຊາບຊຶມໄດ້ແນະນຳກ່ຽວກັບຈຸດປະສົງ, ຄວາມໝາຍສຳຄັນ ແລະ ບັນດາເນື້ອໃນທີ່ເປັນພື້ນຖານຂອງມະຕິ, ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບດ້ານແນວຄິດ, ຄວາມຕັດສິນໃຈປະຕິບັດໃນຖັນແຖວພະນັກງານຂອງແຂວງ. ກອງປະຊຸມຍັງປຶກສາຫາລື 8 ໜ້າທີວຽກງານກໍ່ສ້າງພັກ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກໄດ້ວາງອອກ, ຖືນັ້ນແມ່ນບັນດາໜ້າທີທັງເປັນພື້ນຖານ, ທັງຍາວນານ ແລະ ປະຕິບັດເປັນປະຈຳໃນວຽກງານກໍ່ສ້າງພັກ.