(ພາບປະກອບ)
(vovworld) - ຕາມຄະນະຊີ້ນຳຊອກຫາກູ້ໄພກູ້ຊີບ ແລະ ປ້ອງກັນ, ຕ້ານໄພທຳມະຊາດແຂວງ ເງາະອານ, ຮອດຕອນເຊົ້າວັນທີ 21/8, ຍ້ອນຜົນສະທ້ອນຈາກພາຍຸ Dianmu, ໃນບໍລິເວນແຂວງມີ 1 ຄົນເສຍຊີວິດ, ເຮືອນ 16 ຫຼັງຖືກນ້ຳຖ້ວມ, ເຮືອນ 6 ຫຼັງຖືກນຳ້ແກ່ງຊຸໄປ, ລົດໂອໂຕ 3 ຄັນ, ເຮືອຈັກ 1 ລຳແລະ ເຄື່ອງກຳເນີດໄຟຟ້າ 150 ເຄື່ອງຖືກເປ່ເພ. ການນຳແຂວງ ເງາະອານ ໄດ້ຮຽກຮ້ອງປະທານຄະນະກຳການປະຊາຊົນບັນດາເມືອງ, ນະຄອນ, ເທດສະບານໃນແຂວງ ລະດົມກຳລັງ, ອຸປະກອນໃນທ້ອງຖີ່ນເພື່ອຊ່ວຍເຫຼືອ, ແນະນຳປະຊາຊົນແກ້ໄຂຜົນຮ້າຍ; ຈັດຕັ້ງການຢື້ຢາມຖາມຂ່າວ, ປຸກລະດົມຄອບຄົວທີ່ມີຄົນເສຍຊີວິດ, ຄອບຄົວຖືກເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກພາຍຸກໍ່ຂຶ້ນ.
ແລະ ກໍ່ຍ້ອນພາຍຸ Dianmu, ໄລ່ຮອດຕອນບ່າຍວັນທີ 20/8, ຢູ່ແຂວງ ອຽນບ໋າຍ ມີເຮືອນ 14 ຫຼັງຖືກເປ່ເພ, ແລະ ເຮືອນ 2 ຫຼັງຖືກນຳ້ແກ່ງຊຸໄປ, ເຮືອນ 971 ຫຼັງຖືກນຳ້ຖ້ວມ… 1.511 ຄອບຄົວຕ້ອງໄປອົບພະຍົບຢູ່ບ່ອນທີ່ປອດໄພ.
ຢູ່ແຂວງເຊີນລາ, ໄລ່ຮອດຕອນເຊົ້າວັນທີ 21/8, ມີ 1 ຄົນເສຍຊີວິດ, 1 ຄົນຫາຍສາບສູນ, 2 ຄົນຮັບບາດເຈັບ; ຄວາມເສຍຫາຍດ້ານຊັບສິນຄາດວ່າໄດ້ຂຶ້ນເຖິງ 32 ຕື້ດົ່ງຫວຽດນາມ.
ສ່ວນຢູ່ແຂວງ ຕວຽນກວາງຝົນຕົກນ້ຳແກ່ງພ້ອມກັບລົມພາຍຸໄດ້ເຮັດໃຫ້ເຮືອນ 4 ຫຼັງຖືກເປ່ເພ, 105 ຫຼັງຄາເຮືອນຖືກປີ້ນຂຶ້ນ, ຫ້ອງຮຽນອະນຸບານ 4 ຫ້ອງ ແລະ ສຸກສາລາ 1 ແຫ່ງຢູ່ເມືອງ ເຊີນເຢືອງຖືກເປ່ເພ ແລະ ປີ້ນຫຼັງຄາ. ຄະນະຊີ້ນຳປ້ອງກັນ ແລະ ຕ້ານໄພທຳມະຊາດຂອງທ້ອງຖີ່ນເຫຼົ່ານັ້ນ ໄດ້ຜັນຂະຫຍາຍວຽກງານຮັບມີກັບພາຍຸນຳ້ຖ້ວມ; ຢື້ນຢາມຖາມຂ່າວ, ໜູນຊ່ວຍບັນດາຄອບຄົວຖືກເສຍຫາຍຈາກ ພາຍຸ Dianmu ຢ່າງທັນການ.