ບັນ​ດາ​ທ້ອ​ງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ພາ​ຍຸ​ທີ່​ມີ​ຊື່​ສາ​ກົນ​ວ່າ VAMCO

(VOVWORLD) -ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບ ໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບບັນດາແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດ

ບັນ​ດາ​ທ້ອ​ງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ພາ​ຍຸ​ທີ່​ມີ​ຊື່​ສາ​ກົນ​ວ່າ VAMCO - ảnh 1ການຄາດຄະເນ ທິດເຄື່ອນໄປຂອງ ພາຍຸ VAMCO

(ພາບ: ສູນພາຍາກອນອຸຕຸນິຍົມ - ອຸທົກກະສາດ ຫວຽດນາມ)

ຄະນະກຳມະການຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ທີ່ຫາກໍ່ມີໂທລະເລກທາງການດ່ວນ ສົ່ງໄປຍັງ ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ ໄພທຳມະຊາດ ແລະ ຄົ້ນຫາຜູ້ປະສົບເຄາະຮ້າຍຢູ່ບັນດາແຂວງ, ນະຄອນ ຢູ່ແຄມທະເລ ນັບແຕ່ແຂວງແທັງຮວາ ຕະຫຼອດຮອດ ແຂວງບິ່ງທ້ວນ, ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາ ກູ້ໄພກູ້ຊີບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ເປັນເຈົ້າການໃນການຮັບມືກັບພາຍຸ VAMCO.

ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບ ໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບບັນດາແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດ, ແຈ້ງໃຫ້ບັນດາເຈົ້າຂອງພາຫະນະ, ເຈົ້າຂອງກ່ຳປັ່ນ, ເຮືອທີ່ພວມເຄື່ອນໄຫວຢູ່ທະເລຮັບຮູ້ທີ່ຕັ້ງ, ທິດເຄື່ອນໄປຂອງພາຍຸ ແລະ ການຜັນແປຂອງພາຍຸເພື່ອເປັນເຈົ້າການຫຼີກລ້ຽງ, ອອກຈາກບ່ອນເກີດພາຍຸ ຫຼື ບໍ່ເຂົ້າເຂດອັນຕະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ