ບັນ​ດາ​ນັກ​ກິ​ລາ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​​ຊີງ​ລາງວັນ ​ແຊັ້ມ​ເຕະ​ດອກ​ຂົນ​ໄກ່ ອາ​ຊີ ປີ 2023

(VOVWORLD) - ແຕ່ວັນທີ 22 – 26 ສິງຫາ, ທິມນັກກິລາເຕະດອກຂົນໄກ່ ຫວຽດນາມ ຄວ້າໄດ້ຫຼຽນຄຳ 6 ຫຼຽນ ໃນບັນດາເນື້ອໃນແຂ່ງຂັນ.
ບັນ​ດາ​ນັກ​ກິ​ລາ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​​ຊີງ​ລາງວັນ ​ແຊັ້ມ​ເຕະ​ດອກ​ຂົນ​ໄກ່ ອາ​ຊີ ປີ 2023 - ảnh 1ການແຂ່ງຂັນລະຫວ່າງນັກກິລາ ຫວຽດນາມ ແລະ ຈີນ (ພາບ: TTXVN)

ໃນຂອບເຂດ “ການແຂ່ງຂັນຊີງແຊັ້ມເຕະດອກຂົນໄກ່ ອາຊີ ແລະ ແຊັ້ມເຕະດອກຂົນໄກ່ໜຸ່ມ ອາຊີ” ຄັ້ງທຳອິດ ເຊິ່ງໄດ້ຈັດຂຶ້ນຢູ່ເຂດປົກຄອງພິເສດ ຮົ່ງກົງ (ຈີນ), ແຕ່ວັນທີ 22 – 26 ສິງຫາ, ທິມນັກກິລາເຕະດອກຂົນໄກ່ ຫວຽດນາມ ຄວ້າໄດ້ຫຼຽນຄຳ 6 ຫຼຽນ ໃນບັນດາເນື້ອໃນແຂ່ງຂັນ. ໃນການແຂ່ງຂັນຂອງວັນທີ 23 ສິງຫາ, ບັນດານັກກິລາ ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດຂອງສອງເນື້ອໃນ ຄູ່ຊາຍ ແລະ  ຄູ່ຍິງ. ໃນການແຂ່ງຂັນຮອບຊີງຊະນະເລີດຄູ່ຍິງໜຸ່ມ ແລະ ຄູ່ຊາຍໜຸ່ມ, ນັກກິລາ ຫວຽດນາມ ເອົາຊະນະ ນັກກິລາ ຈີນ ດ້ວຍ 2 ຄະແນນຕໍ່ 0 ແລະ ຍາດໄດ້ຫຼຽນຄຳ.  

        ການແຂ່ງຂັນຊີງແຊັ້ມເຕະດອກຂົນໄກ່ ອາຊີ ແລະ ແຊັ້ມເຕະດອກຂົນໄກ່ໜຸ່ມ ອາຊີ ຄັ້ງທຳອິດ ມີການເຂົ້າຮ່ວມຂອງຄູຝຶກ ແລະ ນັກກິລາ ເກືອບ 260 ຄົນ ທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ