(VOVWORLD) - Houthi ຖະແຫຼງວ່າ, ກຳລັງນີ້ພຽງບຸກໂຈມຕີໃສ່ບັນດາກຳປັ່ນຂອງ ອິດສະຣາແອັນ ຫຼື ບັນດາກຳປັ່ນຈະມາ ອິດສະຣາແອັນ ເພື່ອແນໃສ່ບັງຄັບໃຫ້ ອິດສະຣາແອັນ ຕ້ອງຍົກເລີດການປິດລ້ອມເຂດ ກາຊາ.
(ພາບປະກອບ: AFP/TTXVN)
|
ວັນທີ 20 ມັງກອນ, ໜັງສືພິມ Arab News ຂອງ ຊະອຸດີ ອາຣະເບຍ ໄດ້ລົງຂ່າວວ່າ, ບັນດານັກຂຸດຄົ້ນຂົນສົ່ງທາງທະເລ ຕ້ອງແຈ້ງໃນເວັບໄຊຕິດຕາມການເດີນທະເລໂດຍເວົ້າວ່າ ເຂົາເຈົ້າບໍ່ມີສ່ວນກ່ຽວຂ້ອງກັບ ອິດສະຣາແອັນ ກ່ອນທີ່ເດີນທາງເຂົ້າເຂດທະເລແດງ ເພື່ອຫຼີກລ້ຽງຖືກກຳລັງ Houthi ຢູ່ ເຢຍແມນ ບຸກໂຈມຕີຢູ່ເຂດທະເລນີ້.
ກຳລັງ Houthi ຖະແຫຼງວ່າ, ຈະບໍ່ບຸກໂຈມຕີໃສ່ບັນດາກຳປັ່ນໄປຜ່ານເຂດທະເລແດງ, ຊ່ອງແຄບທະເລ Bab-el-Mandeb ຫຼື ເຂດອ່າວ Aden, ດ້ວຍເງື່ອນໄຂວ່າ ບັນດາກຳປັ່ນຕ້ອງແຈ້ງສະຖານທີ່ຈະມາກ່ອນ ຫຼື ແຈ້ງຂໍ້ມູນຂ່າວໃນບັນດາເວັບໄຊຕິດຕາມການເດີນທາງ ທາງທະເລວ່າ ເຂົາເຈົ້າບໍ່ມີການພົວພັນກັບ ອິດສະຣາແອັນ.
Houthi ຖະແຫຼງວ່າ, ກຳລັງນີ້ພຽງບຸກໂຈມຕີໃສ່ບັນດາກຳປັ່ນຂອງ ອິດສະຣາແອັນ ຫຼື ບັນດາກຳປັ່ນຈະມາ ອິດສະຣາແອັນ ເພື່ອແນໃສ່ບັງຄັບໃຫ້ ອິດສະຣາແອັນ ຕ້ອງຍົກເລີດການປິດລ້ອມເຂດ ກາຊາ.