(VOVWORLD) -Brand Finance ເຊິ່ງເປັນອົງການຈັດອັນດັບເຄື່ອງໝາຍການຄ້າ ທີ່ມີສຳນັກງານຕັ້ງຢູ່ ລອນດອນ ປະເທດອັງກິດ ຫາກໍ່ປະກາດ top 150 ບໍລິສັດ ອິນເຕີແນັດໂທລະຄົມມະນາຄົມ ທີ່ມີມູນຄ່າສູງທີ່ສຸດໃນປີ 2020.
ຕາມບັນຊີລາຍຊື່ດັ່ງກ່າວ, ທັງ 4 ເຄື່ອງໝາຍການຄ້າ ໃຫຍ່ສຸດຂອງຫວຽດນາມ ເຊິ່ງລວມມີ VNPT, VinaPhone, Viettel, MobiFone ລ້ວນແຕ່ນອນຢູ່ໃນບັນຊີລາຍຊື່ດັ່ງກ່າວນີ້.
ເຖິງຢ່າງໃດກໍຕາມ, ຕາມ ອົງການ Brand Finance ແລ້ວ, ປີ 2020 ນີ້, ບໍລິສັດ VNPT ແລະ VinaPhone ແມ່ນສອງບໍລິສັດມີລະດັບການເຕີບໂຕທີ່ສຸດໃນ ຈຳນວນ 4 ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງຫວຽດນາມ. Brand Finance ກໍເນັ້ນໜັກເຖິງບົດບາດຂອງລັດຖະບານຫວຽດນາມ ສຳລັບຍຸດທະສາດຍູ້ແຮງການປະຕິວັດອຸດສາຫະກຳ ຄັ້ງທີ 4, ສຸມໃສ່ກໍ່ສ້າງນະຄອນອັດສະລິຍະ, ໜູນຊ່ວຍວິສາຫະກິດ start up ແລະ ຍຸດທະສາດພັດທະນາອິນເຕີແນັດເຄື່ອນທີ່ 4G, 5G ແລະ ອິນເຕີແນັດສັບພະສິ່ງ. ຍຸດທະສາດດັ່ງກ່າວຂອງລັດຖະບານ ໄດ້ເປັນ ກຳລັງໜູນ ໃຫ້ແກ່ບັນດາບໍລິສັດໂທລະຄົມມະນາຄົມ ຂອງຫວຽດນາມ ພັດທະນາຢ່າງແຮງ ໃນນັ້ນ ພົ້ນເດັ່ນແມ່ນບໍລິສັດ VNPT.