ບັນດາປະຕິກິລິຍາກົງກັນຄ້າມຂອງຫາງສຽງຕໍ່ໜ້າວິກິດການຊາວອົບພະຍົບເຂົ້າເມືອງເອີລົບ
(ພາບປະກອບ)
(vovworld) – ວັນທີ 12/09, ມີເຮືອຂົນສົ່ງຊາວອົບພະຍົບຫຼາຍລຳ ໄດ້ເຂົ້າທຽບທ່າເກາະ Lesbos ຂອງເກຼັກ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ມີຊາວອົບພະຍົບ ກວ່າ 430.000 ຄົນເຂົ້າເມືອງເອີລົບ, ເຊິ່ງແມ່ນຕົວເລກສູງທົບ 2 ເທົ່າເມື່ອທຽບໄສ່ປີ 2014. ບັນດາການນຳສະຫະພາບເອີລົບ ພວມມານະພະຍາຍາມຊອກຫາສຽງເວົ້າລວມເພື່ອແກ້ໄຂວິກິດການຊາວອົບພະຍົບນີ້, ໃນຂະນະທີ່ຫາງສຽງຢູ່ແຕ່ລະປະເທດມີປະຕິກິລິຍາທີ່ກົງກັນຄ້າມ. ຢູ່ສະໂລວາກີ ໄດ້ຈັດການເດີນຂະບວນປະທ້ວງພ້ອມກັນຂອງຜູ້ສະໜັບສະໜູນ ແລະ ຜູ້ຄັດຄ້ານຊາວອົບພະຍົບ. ແລະກໍໃນວັນດຽວກັນຢູໂປໂລຍ, ມີຜູ້ເດີນຂະບວນນັບໝື່ນຄົນ ຄັດຄ້ານເລື່ອງຕ້ອນຮັບຊາວອົບພະຍົບເຂົ້າເມືອງປະເທດນີ້ຕື່ມອີກ.
ໃນຂະນະນັ້ນ, ຢູ່ອັງກິດ, ແອດສະປາຍ ມີຜູ້ເດີນຂະບວນສະໜັບສະໜູນການຕ້ອນຮັບຊາວອົບພະຍົບ.