ບັນດາປະເທດຈີ20ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕເສດຖະກິດ
ກອງປະຊຸມຂອງ ກຸ່ມ ຈີ 20 ຢູ່ ຊຽນໄຮ່, ປະເທດ ຈີນ
(ພາບ:News.cn)
(vovworld) – ວັນທີ 15/4, ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ ຈີ 20 ໄດ້ອອກແຈ້ງການຮ່ວມ ໂດຍຢືນຢັນຈະນຳໃຊ້ທຸກເຄື່ອງມື, ລວມມີນະໂຍຍາຍເງິນຕາ ແລະ ການເງິນເພື່ອຊຸກຍູ້ການເຕີບໂຕ. ແຈ້ງການຖືກຍົກອອກມາພາຍຫຼັງກອງປະຊຸມຂອງລັດຖະມົນຕີກະຊວງການເງິນບັນດາປະເທດສະມາຊິກ ຈີ 20 ຢູ່ ວໍຊິງຕັນ (ອາເມລິກາ). ແຈ້ງການໃຫ້ຮູ້ວ່າ, ບັນດາປະເທດ ຈີ20 ຈະມີວິທີການສະເພາະ ກໍ່ຄືມີການຮ່ວມມືເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການເຕີບໂຕເສດຖະກິດ. ຄຽງຂ້າງນັ້ນ, ຈີ 20 ກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາຈຳກັດການນຳໃຊ້ອັດຕາແລກປ່ຽນເງິນຕາ, ຫຼຸດລາຄາສະກຸນເງິນເພື່ອຍາດເອົາທ່າແກ່ງແຍ້ງໃນການສົ່ງອອກ. ໃນໂອກາດນີ້, ບັນດາລັດຖະມົນຕີຈີ 20 ກໍ່ຮຽກຮ້ອງຕໍ່ສູ້ຕ້ານການໜີພາສີ, ພ້ອມທັງຢືນຢັນຄວາມສຳຄັນຂອງເລື່ອງປະຕິບັດບັນດາຂໍ້ກຳນົດກ່ຽວກັບຄວາມໂປ່ງໃສດ້ານການເງິນຢ່າງມີປະສິດທິຜົນ ແລະ ກວ້າງຂວາງ. ຈີ20 ຊຸກຍູ້ “ບັນດາສູນການເງິນ ແລະ ອົງການທີ່ມີສິດອຳນາດ“ ເຂົ້າຮ່ວມເວທີປາໄສແລກປ່ຽນຂໍ້ມູນກ່ຽວກັບບັນດາບັນຊີຢູ່ຕ່າງປະເທດ.