ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ
ຄູ່ຕຳແໜ່ງ ຝະລັ່ງ ທ່ານ Manuel Valls
(ພາບ: AFP)
(vovworld) - ທີ່ການພົບປະເຈລະຈາໃນວັນທີ 23/03 ລະຫວ່າງທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ ຄູ່ຕຳແໜ່ງ ຝະລັ່ງ ທ່ານ Manuel Valls, ການນຳ 2 ທ່ານໄດ້ຖະແຫຼງ ຝະລັ່ງ ແລະ ແບນຊິກ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນການຕ້ານກໍ່ການ ຮ້າຍ, ໂດຍລະອຽດໃນການເຄື່ອນໄຫວສອບສວນເຫດວາງລະເບີດກໍ່ການຮ້າຍຢູ່ Brussels ໃນວັນທີ 23/03 ກໍ່ຄືສະກັດກັ້ນບັນດາການກະທຳກໍ່ການຮ້າຍໃນອະນາຄົດ. ທ່ານນາຍົກລັດຖະມົນຕີ ຝະລັ່ງ Manuel Valls ຖືວ່າ: ເລື່ອງ Brussels ຖືກວາງລະເບີດກໍ່ການຮ້າຍ ປຽບເໝືອນ ເອີລົບ ຖືກບຸກໂຈມຕີ; ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຍູ້ໄວຄວາມຄືບໜ້າຂອງໂຄງການ “ຈົດທະບຽນຂໍ້ມູນຜູ້ໂດຍສານ”
ແລະກໍ່ໃນວັນດຽວກັນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແໜ່ງ ເຢຍລະມັນ ທ່ານ Frank – Walter Steinmeier ຮຽກຮ້ອງປະຊາຄົມໂລກເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ ພາຍຫລັງບັນດາເຫດບຸກໂຈມຕີນອງເລືອດຢູ່ Brussels ໃນວັນທີ 22/03.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ ເນັ້ນໜັກວ່າ: ບັນດາການບຸກໂຈມຕີຢູ່ ແບນຊິກ ໄດ້ຊີ້ໃຫ້ເຫັນອີກເທື່ອໜຶ່ງວ່າ: ການຮ່ວມມືຈຳເປັນຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OSCE) ແລະ ລະຫວ່າງບັນດາປະເທດ ຄວນມີການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສືບລາຊະການລັບແບບມີປະສິດທິຜົນ.