ບັນ​ດ​າ​ປະ​ເທດ​ຕ້ອງ​ລົບ​ລ້າງ​ໄ​ພ​ຈຳ​ແນກ​ເຊື້ອ​ຊາດ​ຜິ​ວ​ພັນ​ທີ່​ມີ​ລັກ​ສະ​ນະ​ເປັນ​ລະ​ບົບ

(VOVWORLD) -ທ່ານນາງຂ້າຫຼວງໃຫຍ່ສິດທິມະນຸດ ສປຊ Michelle Bachelet ເນັ້ນໜັກວ່າ ມີພຽງແຕ່ດ້ວຍວິທີປະເຊີນໜ້າກັບບັນດາຄວາມຜິດພາດໃນອະດີດ, ບັນດາປະເທດ ຈຶ່ງຈະມີຄວາມຫວັງ “ປ່ຽນແປງໂຄງປະກອບ, ລະບອບລະບຽບການ ແລະ ການກະທຳທີ່ພາໄປເຖິງສະພາບການຈຳແນກເຊື້ອຊາດຜິດພັນໂດຍກົງ ແລະ ທາງອ້ອມ”.
ບັນ​ດ​າ​ປະ​ເທດ​ຕ້ອງ​ລົບ​ລ້າງ​ໄ​ພ​ຈຳ​ແນກ​ເຊື້ອ​ຊາດ​ຜິ​ວ​ພັນ​ທີ່​ມີ​ລັກ​ສະ​ນະ​ເປັນ​ລະ​ບົບ - ảnh 1ທ່ານນາງຂ້າຫຼວງໃຫຍ່ສິດທິມະນຸດ ສປຊ Michelle Bachelet (ພາບ: AFP/TTXVN)

ວັນທີ 12 ກໍລະກົດ, ທ່ານນາງຂ້າຫຼວງໃຫຍ່ສິດທິມະນຸດ ສປຊ Michelle Bachelet ໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງມານະພະຍາຍາມກ່ວາອີກ ເພື່ອລົບລ້າງໄພຈຳແນກເຊື້ອຊາດພິວພັນທີ່ມີລັກສະນະເປັນລະບົບ ແນໃສ່ຄົນຜິວດຳໃນທົ່ວໂລກ, ເລັ່ງບັນດາປະເທດຍອມຮັບ ແລະ ທົດແທນໃຫ້ແກ່ບັນດາຄວາມຜິດພາດໃນອະດີດຢ່າງກົງໄປກົງມາ. ໂດຍສະເໜີບົດລາຍງານຕໍ່ສະພາສິດທິມະນຸດ ສປຊ, ທ່ານນາງ Bachelet ໄດ້ຖືວ່າ ໄພຈຳແຈກເຊື້ອຊາດຜິວພັນຕ້ານຊາວອາບຟຼິກກາ ແລະ ຊາວເຊື້ອຊາດອາບຟຼິກກາ ພວມສືບຕໍ່ກໍ່ຜົນສະທ້ອນຢ່າງເລິກເຊິ່ງ ຕໍ່ທຸກຂົງເຂດໃນການດຳລົງຊີວິດ. ທ່ານນາງຂ້າຫຼວງໃຫຍ່ ກໍ່ເນັ້ນໜັ້ກເຖິງລັກສະນະທີ່ຈຳເປັນ ຂອງ ເລື່ອງບັນດາປະເທດຕ້ອງປະເຊີນໜ້າກັບບັນດາມໍລະດົກທາງດ້ານຈິດໃຈຂອງ ໄພຄ້າຂາຍຂ້າທາດຂ້າມປາຊີຟິກ ແລະ ລັດທິຫົວເມືອງຂຶ້ນ. ທ່ານນາງເນັ້ນໜັກວ່າ ມີພຽງແຕ່ດ້ວຍວິທີປະເຊີນໜ້າກັບບັນດາຄວາມຜິດພາດໃນອະດີດ, ບັນດາປະເທດ ຈຶ່ງຈະມີຄວາມຫວັງ “ປ່ຽນແປງໂຄງປະກອບ, ລະບອບລະບຽບການ ແລະ ການກະທຳທີ່ພາໄປເຖິງສະພາບການຈຳແນກເຊື້ອຊາດຜິດພັນໂດຍກົງ ແລະ ທາງອ້ອມ”.

ຕອບກັບ

ຂ່າວ/ບົດ​ອື່ນ