ບັນ​ດາ​ປະ​ເທດ​ອີ​ຢູ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ຫລ​ຸດ​ຜ່ອນປະ​ລິ​ມານ​ການ​ນຳ​ໃຊ້​ອາຍ​ແກັດ​

(VOVWORLD) - ບັນດາປະເທດອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫລຸດ 15% ປະລິມານການນຳໃຊ້ອາຍແກັດ ແລະ ຫລຸດຜອນການອີງໃສ່ແຫຼ່ງສະໜອງອາຍແກັດຈາກ ລັດເຊຍ ກ່ອນລະດູໜາວ.
ບັນ​ດາ​ປະ​ເທດ​ອີ​ຢູ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ຫລ​ຸດ​ຜ່ອນປະ​ລິ​ມານ​ການ​ນຳ​ໃຊ້​ອາຍ​ແກັດ​ - ảnh 1

 ໂຮງງານ Emile-Huchet ຢູ່ Saint-Avold and Carling, ທາງພາກຕາເວັນອອປະເທດຝະລັ່ງເມື່ອວັນທີ 7/7/2022 (ພາບ: AFP/TTXVN)

ວັນທີ 5 ສິງຫາ, ບັນດາປະເທດອີຢູ ໄດ້ຮັບຮອງເອົາແຜນການດ່ວນຂອງກຸ່ມຢ່າງເປັນທາງການ ແນໃສ່ຫລຸດຜ່ອນປະລິມານການນຳໃຊ້ອາຍແກັດ ໃນສະພາບການບັນດາປະເທດເຫຼົ່ານີ້ ພວມພະຍາຍາມປະຢັດເຊື້ອເພີງໃຫ້ແກ່ລະດູໜາວທີ່ຈະມາເຖິງຍ້ອນແຫຼ່ງສະໜອງມີຄວາມຈຳກັດ.

ໃນອາທິດຜ່ານມາ, ບັນດາປະເທດອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫລຸດ 15% ປະລິມານການນຳໃຊ້ອາຍແກັດ ແລະ ຫລຸດຜອນການອີງໃສ່ແຫຼ່ງສະໜອງອາຍແກັດຈາກ ລັດເຊຍ ກ່ອນລະດູໜາວ. ຕາມແຈ້ງການຂອງປະເທດ ສ.ເຊັກໂກ, ບັນດາປະເທດອີຢູ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສະບັບນີ້ເມື່ອວັນທີ 5 ສິງຫາ, ນອກຈາກ ຮູງກາຣີ ແລະ ໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ