ບັນດາປະເທດອານຸພາກພື້ນແມ່ນຳ້ຂອງເພື່ມທະວີການໂຄສະນາການທ່ອງທ່ຽວຜ່ານອິນເຕີແນດ

ບັນດາປະເທດອານຸພາກພື້ນແມ່ນຳ້ຂອງເພື່ມທະວີການໂຄສະນາການທ່ອງທ່ຽວຜ່ານອິນເຕີແນດ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 16/6, ຢູ່​ນະຄອນ​ດ່າ​ນັ໋ງ, ອົງການ​ທ່ອງ​ທ່ຽວ​ ບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່​ນຳ້ຂອງ​ເປີດ​ກວ້າງ ​ແລະ ນັກ​ຊ່ຽວຊານ​ຫຼາຍ​ຄົນ ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບການໂຄສະນາ​ການທ່ອງທ່ຽວ​ຜ່ານ​ອິນ​ເຕີ​ແນ​ດ. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຮັບ​ຟັງ​ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ແງ່​ຫວັງ​ໂຄສະນາ​ດ້ານ​ການທ່ອງທ່ຽວ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ; ວິທີ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໂທລະສັບ​ເພື່ອ​ໂຄສະນາ​ຮູບ​ພາບ​ພາຍຫຼັງ​ການທ່ອງທ່ຽວ… ທ່ານ Matthew Zatto - ຜູ້ອຳນວຍການ​ສະຖານ​ທີ່​ທ່ອງ​ທ່ຽວ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເວັບ​ໄຊ Tripadvisor, ​ໃຫ້​ຮູ້​ວ່າ:

        “ຫວຽດນາມ​ ກໍ່​ແມ່ນ​ປະ​ເທດ​ທີ່​ຍາດ​ລາງວັນ​ທ່ອງ​ທ່ຽວ​ຂອງ​ເວັບ​ໄຊ Tripadvisor ໄດ້​ຫຼາຍ​ລາງວັນ. ຕົວຢ່າງ​ຄື​ຮ່າ​ໂນ້ຍ ​ໄດ້​ຮັບ​ລາງວັນ​ເປັນສະຖານ​ທີ່​ທ່ອງ​ທ່ຽວ​ທີ 2 ຢູ່​ທະວີບອາຊີ. ດ່າ​ນັ໋ງ ໄດ້​ຮັບ​ຕີ​ລາຄາ​ວ່າ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມທີ່​ສຸດ. ນອກ​ນັ້ນ​ນະຄອນ​ໂຮ່ຈີ​ມິນ ​ແລະ ​ໂຫ້​ຍອານ ​ກໍ່​ໄດ້​ຮັບ​ກນຕີ​ລາຄາ​ສູງ​ຈາກ​ນັກ​ທ່ອງ​ທ່ຽວ, ​ເມື່ອ​ເຂົາ​ເຈົ້າ​ຊອກ​ຫາ​ຂໍ້​ມູນ​ຜ່ານເວັບ​ໄຊ Tripadvisor “.

ຂ່າວ/ບົດ​ອື່ນ