ບັນດາປະເທດRCEPໃຫ້ຄຳໝັ້ນສັນຍາລົບລ້າງອັດຕາພາສີນຳເຂົ້າຢ່າງແຮງ

ບັນດາປະເທດRCEPໃຫ້ຄຳໝັ້ນສັນຍາລົບລ້າງອັດຕາພາສີນຳເຂົ້າຢ່າງແຮງ - ảnh 1
(ພາບປະກອບ: thestar.com.my)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 47 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 24/08, ​ໄດ​້ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນຮອບດ້ານ (RCEP). ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ທີ່ມາ​ຈາກ 16 ປະ​ເທດ​ອາຊີ​ - ປາຊີ​ຟິກ ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ວິທີ​ແລກປ່ຽນ​ສິນຄ້າ, ໝາຍ​ຄວາມ​ວ່າ​ດ​້ວ​ຍຂໍ້​ກຳນົດກ່ຽວ​ກັບ​ອັດຕາ​ສ່ວນສິນ​ຄ້າ ຈະ​ໄດ້​ຍົກ​ເວັ້ນ​ພາສີ. ນີ້​​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ ແມ່ນ​ຜົນສຳ​ເລັດ​ ​ແລະ ບາດກ້າວ​ບຸກທະລຸ​ທີ່​ໃຫຍ່​ຫຼວງ ​ໃນ​ວິວັດ​ການ​ເຈລະຈາ ​​ເພື່ອ​ມຸ່ງ​​​ໄປ​ເຖິງ​ຂໍ້​ຕົກລົງ​ດ​້ານການ​ຄ້າ​ເສລີ​ຂອບ​ເຂດ​ພາກ​ພື້ນ.

        ບັນດາ​ລັດຖະມົນຕີ​ຖື​ວ່າ, ຄະນະ​ກຳມະການ​ເຈລະຈາ​ການ​ຄ້າ RCEP ຕ້ອງມານະ​ພະຍາຍາມກ່ວາ​ອີກ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢ່າງ​ສົມ​ດູ​ນ, ​ລະອຽດ​​ໂດຍ​ມີ​ການ​ຄິດ​ໄລ່ເຖິງ​ແຕ່ລະ​ກໍລະນີ ກໍ​ຄື​ການ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ບັນດາ​ປະ​ເທດ​ເຂົ້າຮ່ວມ RCEP, ລວມທັງ​ບັນດາ​ປະ​ເທດ​ພັດທະນາ​ທີ່​ສຸດ ຕະຫຼອດ​ຮອດ​ບັນດາ​ປະ​ເທ​ດດ້ອຍ​ພັດທະນາ​ໃນ​ພາກພື້ນ.

ຂ່າວ/ບົດ​ອື່ນ