ບັນດາຜູ້ອອກສະໝັກຮັບ ເລືອກຕັ້ງຢູ່ອາເມລິກາ ແບ່ງຄະແນນໃນການ ເລືອກຕັ້ງມື້ທີສາມ

ບັນດາຜູ້ອອກສະໝັກຮັບ ເລືອກຕັ້ງຢູ່ອາເມລິກາ ແບ່ງຄະແນນໃນການ ເລືອກຕັ້ງມື້ທີສາມ - ảnh 1
ທ່ານ Mitt Romney ຂຶ້ນກັບພັກສາທາລະນະລັດ
ພາບປະກອບຈາກ internet

(vovworld) - ຈຳນວນ​ບັດ​ເລືອກ​ຕັ້ງສ່ວນ​ຫລາຍ​ໄດ້​ຮັບ​ການ​ນັບ​ບັດ​​ໃນ 10 ລັດຂອງ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ມື້​ເລືອກ​ຕັ້ງ​ສຳຄັນ​ທີ 3 ຂອງ​ພັກສາ​ທາ​ລະນະ​ລັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທ່າ​ນ​ໃດ​ຍາດ​​ໄດ້ໄຊຊະນະ​ຂາດ​ຂັ້ນ ​ແລະ ຍອມຮັບ​ພ້ອມ​ກັນ​ແບ່ງ​ຄະ​ແນນ. ທ່ານ Mitt Romney ຍາດ​ໄຊຊະນະ​ຢູ່​ລັດ  Massachusetts ດ້ວຍ​ອັດຕາ​ບັດ​ສະຫນັບສະຫນູນ​ເຖິງ 72% ສູງ​ຂຶ້ນ​ທົບ 6 ​ເທົ່າ​ເມື່ອ​ທຽບ​ກັບ​ທ່ານ Santorum ຜູ້​ພວມ​ຢືນ​ອັນ​ດັບ​ທີ 2 ​ແລະ ທົບ 14 ​ເທື່ອ​ເມື່ອ​ທຽບ​ກັບ​ທ່ານ Ron Paul ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ສຸດ​ທ້າຍ.  ທ່ານ Romney ກໍ​ຍາດ​ໄຊຊະນະ​ຢູບັນດາ​ລັດ Virginia, Vermont, Idaho ​ແລະ ປາດ​ຖະຫນາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະຫນັບສະຫນູນຈາກ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ລັດ​ອື່ນ ​ເພື່ອ​ວ່າ​ພາຍຫລັງ​ມື້​ເລືືອກຕັ້ງ​ທີ 3 ນີ້​ທ່ານ​ຈະ​ກາຍ​ເປັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຫນຶ່ງ​ດຽວ​ຂອງ​ພັກສາ​ທາ​ລະນະ​ລັດ ​ເພື່ອ​ແຂ່ງຂັນ​ກັບ​ປະທານາທິບໍດີ Obama ​ໃນ​ເດືອນ 11 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ