ບັນດາຝ່າຍທີ່ເຂົ້າຮ່ວມ JCPOA ປຶກສາຫາລືວິທີຍົກເລີກຄຳສັ່ງຂວ້ຳບາດຂອງອາເມລິກາຕໍ່ ອີຣານ
(VOVWORLD) - ໃນສອງມື້ທີ່ຜ່ານມາ ບັນດາຝ່າຍໄດ້ດຳເນີນການເຈລະຈາຫຼາຍຄັ້ງໃນລະດັບ ແລະ ຮູບການຕ່າງໆ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍJCPOA.
ບັນຍາກາດການເຈລະຈາ |
ກະຊວງການຕ່າງປະເທດອີຣານໄດ້ແຈ້ງໃຫ້ຊາບໃນວັນທີ 8 ມັງກອນວ່າການເຈລະຈາລະຫວ່າງອີຣານແລະບັນດາຝ່າຍທີ່ຍັງເຫຼືອທີ່ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍແຜນການດຳເນີນງານຮ່ວມຮອບດ້ານຫຼື JCPOA ປີ 2015 ພວມດຳເນີນຢູ່ນະຄອນຫຼວງວຽນປະເທດໂອຕາລິດແນໃສ່ປຶກສາຫາລືບັນດາມາດຕະການຍົກເລີກບັນດາຄຳສັ່ງຂວ້ຳບາດຂອງອາເມລິກາ. ໃນສອງມື້ທີ່ຜ່ານມາ ບັນດາຝ່າຍໄດ້ດຳເນີນການເຈລະຈາຫຼາຍຄັ້ງໃນລະດັບ ແລະ ຮູບການຕ່າງໆ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍJCPOA.
ບັນດາທາງດ້ານວິຊາການໃນການເຈລະຈາຢູ່ ວຽນກໍ່ແມ່ນກົນໄກຮັບປະກັນບັນດາຝ່າຍປະຕິບັດຕາມຂ້ໍ້ຕົກລົງ. ອີກບັນຫາໜຶ່ງກໍ່ພວມນຳມາປຶກສາຫາລື ນັ້ນແມ່ນການຍົກເລີກບັນດາຄຳສັ່ງຂວ້ຳບາດຕາມວິທີເຊິ່ງອີຣານສາມາດໄດ້ຊົມໃຊ້ຜົນປະໂຫຍດຈາກການຍົກເລີກຄຳສັ່ງລົງໂທດຢ່າງມີປະສິດທິຜົນ.