(vovworld) – ຮອບເຈລະຈາຄັ້ງທີ 2 ລະຫວ່າງບັນດາຝ່າຍປະທະກັນຢູ່ລີບີ ຖືກດຳເນີນໄປຢູ່ນະຄອນ Algiers ປະເທດອາເຊຣີ, ໃນວັນທີ 13/04, ເພື່ອແນໃສ່ຊອກຫາຂໍ້ຕົກລົງດ້ານການເມືອງເພື່ອແກ້ໄຂວິກິດການທີ່ແກ່ຍາວມາເປັນເວລາ 4 ປີ ຢູ່ປະເທດອາຟະລິກາເໜືອນີ້. ການເຈລະຈາໄດ້ຈັດຕັ້ງເພື່ອແນໃສ່ຊຸກຍູ້ຝ່າຍຕ່າງໆຢູ່ລີບີ ມຸ່ງໄປເຖິງມາດຕະການເຫັນດີເຫັນພ້ອມກ້າວໄປເຖິງການສ້າງຕັ້ງລັດຖະບານສາມັກຄີຊົນຊາດ ຊີ້ນຳນຳພາປະເທດໃນໄລຍະຂ້າມຜ່ານ ແລະ ຈັດລຽງຄວາມສະຫງົບ. ທີ່ການເຈລະຈາ, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ທັງເປັນຜູ້ຕາງໜ້າຄະນະຜູ້ແທນໜູນຊ່ວຍຂອງສະຫະປະຊາຊາດ ປະຈຳລີບີ Bernardio Leon ຢືນຢັນວ່າ, ພຽງແຕ່ມາດຕະການແກ້ໄຂດ້ານການເມືອງຈຶງຊ່ວຍໃຫ້ລີບີ ຟື້ນຟູສັນຕິພາບ ແລະ ສະຖຽນລະພາບຂອງປະເທດຊາດເທົ່ານັ້ນ. ເນື່ອງໃນໂອກາດນີ້, ທ່ານ Leon ກໍ່ຮຽກຮ້ອງບັນດາຝ່າຍປະທະກັນຢູ່ລີບີ ເຂົ້າຮ່ວມວິວັດທະນາການສັນຕິພາບໂດຍສະຫະປະຊາຊາດ ແລະ ອາເຊີຣີ ອຸປະຖຳ.