ບັນດາຝ່າຍຢູ່ຢູແກຼນເຫັນດີຖອນອາວຸດປະເພດໜັກ

ບັນດາຝ່າຍຢູ່ຢູແກຼນເຫັນດີຖອນອາວຸດປະເພດໜັກ - ảnh 1
(ພາບປະກອບ)

(vovworld) -  ​ວັນ​ທີ 22/2, ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ກອງທັບ​ຢູ​ແກຼນ ​ແຈ້ງ​ໃຫ້​ຮູ້​ວ່າ, ທັງ​ສອງ​ຝ່າຍ​ປະ​ທະ​ກັນ​ຢູ່​ຢູ​ແກຼນ ​ໄດ້​ເຫັນ​ດີຖອນ​ອາວຸດ​ປະ​ເພດ​ໜັກອອກ​ຈາກ​ແນວ​ຮົບ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ Minsk ທີ່​ຫາ​ກໍ່​ເຊັນ​ກັນ. ​ໂດຍ​ຜ່ານ​ອົງການ​ສື່​ຂ່າວ​ສະ​​ເພາະ, ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ຢູ​ແກຼນ​ຕາ​ເວັນ​ອອກ​ກໍ່​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ເລື່ອງ​ລົງ​ນາມ​ໃນ​ບັນດາ​ເອກະສານ​ດັ່ງກ່າວ. ​ເປັນ​ອັນວ່າ​ກອງ​ທັບ​ຢູ​ແກຼນ ​ຈະ​ຖອນ​ອາວຸດ​ອອກ​ຈາກ​ແນວ​ຮົບ​ຕ່າງໆ​ໃນ​ປະຈຸ​ບັນ, ​ໃນ​ຂະນະ​ນັ້ນ, ກຳລັງ​ສາທາລະນະ​ລັດ​ປະຊາ​ຊົນ ​Donetsk ​ແລະ ສາທາລະນະ​ລັດ​ປະຊາຊົນ Lugansk ຈະ​ຖອນ​ອອກ​ຈາກ​ບັນດາ​ແນວ​ຮົບ​ໄດ້​ຮັບ​ການ​ກຳນົດ​ໃນ​ຂໍ້​ຕົກລົງ Minsk ​ເມື່ອ​ເດືອນ 9/2014.

ຂ່າວ/ບົດ​ອື່ນ