ທ່ານປະທານປະເທດ ເຈືອງເຕິ໋ນຊາງພົບປະກັບ
ຄະນະຜູ້ແທນ “ຊຳນານງານໃນການຂົນຂວາຍປະຊາຊົນ“
(ພາບ:sggp.org.vn)
(vovworld) - ທີ່ການພົບປະກັບຄະນະຜູ້ແທນ “ຊຳນານງານໃນການຂົນຂວາຍປະຊາຊົນ“ ນະຄອນ ໂຮ່ຈິມິນ ໄລຍະ 2011-2015, ເຊິ່ງຈັດຕັ້ງໃນວັນທີ 18/10, ຢູ່ສຳນັກງານປະທານປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີ ແຫ່ງວັນມູນເຊື້ອວຽກງານຂົນຂວາຍປະຊາຊົນຂອງພັກ (15/10/1930-15/10/2015). ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ຢືນຢັນວ່າ ບັນດາພະນັກງານຂົນຂວາຍປະຊາຊົນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງນະຄອນ ໂຮ່ຈິມິນ. ທ່ານປະທານປະເທດກໍ່ເນັ້ນໜັກເຖິງວຽກງານຂົນຂວາຍປະຊາຊົນແມ່ນມີຄວາມໝາຍສຳຄັນພິເສດ, ພະນັກງານຂົນຂວາຍປະຊາຊົນແຕ່ລະຄົນແມ່ນແຂນເຊື່ອມຕໍ່ຂອງພັກ, ລັດ, ແມ່ນຜູ້ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈແນວຄິດຈິດໃຈ, ຄວາມມຸ້ງມາດປາຖະໜາຂອງປະຊາຊົນ. ຜ່ານນັ້ນ, ຊ່ວຍປະຊາຊົນສົ່ງບັນດາຄວາມເຫັນປະກອບເຖິງຄະນະພັກ, ອຳນາດການປົກຄອງ ແນໃສ່ຊ່ວຍບັນດາອົງການກ່ຽວຂ້ອງປັບປຸງ, ເພີ່ມເຕີມບັນດາແຜນນະໂຍບາຍ, ແກ້ໄຂຄວາມມຸງມາດປາຖະໜາຂອງປະຊາຊົນຢ່າງທັນການ. ທ່ານປະທານສະເໜີວ່າ, ໃນໄລຍະພັດທະນາໃໝ່, ນະຄອນໂຮ່ຈີມິນ ສືບຕໍ່ປ່ຽນໃໝ່ຂະບວນການແຂ່ງຂັນ “ຊຳນານງານໃນການຂົນຂວາຍປະຊາຊົນ“. ພິເສດແມ່ນກໍ່ສ້າງ ແລະ ທະວີຄູນບັນດາແບບຢ່າງທີ່ດີເດັ່ນໃນຂະບວນການແຂ່ງຂັນ “ຊຳນານງານໃນການຂົນຂວາຍປະຊາຊົນ“. ພ້ອມນັ້ນທາງນະຄອນຄວນຄົ້ນພົບ, ຍ້ອງຍໍບັນດາແບບຢ່າງທີ່ດີເດັ່ນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາຂອງນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.