ບັນດາມືປືນພາຍໃນປະເທດກໍ່ເຫດບຸກໂຈມຕີຢູ່Bangladeshແຕ່ຫາກບໍ່ແມ່ນIS
ບັນດາມືປືນພາຍໃນປະເທດກໍ່ເຫດບຸກໂຈມຕີຢູ່
Bangladeshແຕ່ຫາກບໍ່ແມ່ນIS
(ພາບ: AFP/TTXVN)
(vovworld) - ວັນທີ 03/07 ທ່ານ Asaduzzaman Khan ລັດຖະມົນຕີກະຊວງພາຍໃນ ບັງກະລາເທດ ໃຫ້ຮູ້ວ່າ: ຜູ້ທີ່ກໍ່ໃຫ້ເກີດເຫດການບຸກໂຈມຕີຢູ່ນະຄອນຫລວງ Dhaka ໃນວັນທີ 01/07 ແມ່ນກຸ່ມພວກກະບົດພາຍໃນປະເທດ, ບໍ່ແມ່ນອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ທ່ານລັດຖະມົນຕີ Asaduzzaman Khan ຢືນຢັນວ່າ: ບັນດາຜູ້ບຸກໂຈມຕີແມ່ນບັນດາສະມາຊິກຂອງອົງການ Jamaeytul Mujahdeen ບັງກະລາເທດ, ເຊິ່ງເປັນອົງການໜຶ່ງທີ່ຖືກຫ້າມມີການເຄື່ອນໄຫວຢູ່ ບັງກະລາເທດ ກ່ວາ 1 ທົດສະວັດຜ່ານມາ ແລະ ບັນດາເປົ້າໝາຍດັ່ງກ່າວ ກໍ່ບໍ່ມີການພົວພັນຕິດຕໍ່ກັບ IS. ຄຳຖະແຫຼງດັ່ງກ່າວຂອງທ່ານ Asaduzzaman Khan ລັດຖະມົນຕີກະຊວງພາຍໃນ ບັງກະລາເທດ ໄດ້ຍົກອອກພາຍຫລັງ IS ຍອມຮັບວ່າໄດ້ຢູ່ເບື້ອງຫລັງເຫດບຸກໂຈມຕີດັ່ງກ່າວ.
ໃນຂະນະນັ້ນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ອອກຖະແຫຼງການຊີ້ແຈ້ງວ່າ ອົງການນີ້ຢັ້ງຢືນຄືນໃໝ່ວ່າແມ່ນລັດທິກໍ່ການຮ້າຍພາຍໃຕ້ທຸກຮູບການແມ່ນໜຶ່ງໃນບັນດາໄພນາບຂູ່ອັນຕະຫລາຍທີ່ສຸດສຳລັບ ສັນຕິ ພາບ ແລະ ຄວາມໝັ້ນຄົງຂອງສາກົນ.