(vovworld) - ວັນທີ 4/9, ບັນດາລັດຖະມົນຕີການຕ່າງປະເທດ ແລະ ການຄ້າຂອງປະເທດຕ່າງໆທີ່ຂຶ້ນກັບເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC) ໄດ້ຈັດກອງປະຊຸມຢູ່ນະຄອນ Vladivostok, ໃນເຂດຕາເວັນອອກໄກແຫ່ງສະຫະພັນລັດເຊຍ, ກ່ອນທີ່ຈະດຳເນີນກອງປະຊຸມສຸດອດ APEC, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 8 – 9/9 ຈະມາເຖິງ. ທີ່ກອງປະຊຸມເຊິ່ງຈະແກ່ຍາວຮອດວັນທີ 6/9, ລັດຖະມົນຕີບັນດາປະເທດໄດ້ສຸມໃສ່ປຶກສາຫາລື ຫົວຂໍ້ຕົ້ນຕໍ່ຕ່າງໆເຊິ່ງລວມມີ ບັນຫາຍົກເວັ້ນຮົ້ວກີດຂວາງດ້ານການຄ້າ, ເພື່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພື້ນຖານໂຄງລ່າງຄົມມະນາຄົມ. ກ່າວຄຳເຫັນກ່ອນທີ່ຈັດກອງປະຊຸມສຸດຍອດ APEC, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ເວົ້າວ່າ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນອາຊີ - ປາຊີຝິກ ໄດ້ສວນບົດບາດສຳຄັນສຳຫຼັບການພັດທະນາເຂດ Siberi ແລະ ທັງເຂດຕາເວັນອອກໄກຂອງລັດເຊຍ.