ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
(vovworld) - ຕອນເຊົ້າວັນທີ 23/06 ຢູ່ຮ່າໂນ້ຍ ຫ້ອງການການຄ້າ ແລະ ອຸດສາຫະກຳ ແລະ ຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ, ພ້ອມກັບ ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຈັດຕັ້ງເວທີປາໄສດ້ວຍຫົວຂໍ້ວ່າ: “ວິສາຫະກິດ ຫວຽດນາມ ເຊື່ອມຕໍ່ ແລະ ເຊື່ອມໂຍງໃນສັກກະລາດ FTA ລຸ້ນໃໝ່”. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສຖືວ່າ: ເລື່ອງ ຫວຽດນາມ ເຂົ້າຮ່ວມ ແລະ ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) 2 ຝ່າຍ ແລະ ຫລາຍຝ່າຍ 12 ສະບັບນັ້ນ ພວມເປີດບັນດາກາລະໂອກາດໃໝ່ ເພື່ອໃຫ້ ຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ. ທ່ານ ຮ່ວາງກວາງຟ່ອງ ຮອງຫົວໜ້າຫ້ອງ ການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ:
“ໃນສະພາບການຫັນເປັນໂລກາພິວັດ ແລະ ແກ່ງແຍ້ງ, ບັນດາວິສາຫະກິດຕ້ອງບືນຕົວຂຶ້ນສູ່ມາດຕະຖານສາກົນໃນການຄຸ້ມຄອງບໍລິຫານ ເພື່ອມີບັນດາຜົນງານໃນການດຳເນີນທຸລະກິດ, ຮັກສາໄດ້ມູນຄ່າວິສາຫະກິດແບບຍືນຍົງ. ຈາກນັ້ນ ສ້າງໂຄງປະກອບຕິດພັນ ແລະ ເຊື່ອມຕໍ່ໃຫ້ປະສົບຜົນສຳເລັດ, ແບ່ງປັນບົດຮຽນໃນການຜະລິດດຳເນີນທຸລະກິດ ເປີດກ້ວາງການພົວພັນຮ່ວມມືລົງທຶນລະຫວ່າງປະຊາຄົມວິສາຫະກິດ ຫວຽດນາມ ແລະ ໂລກ”.
ທີ່ເວທີປາໄສ, ນັກປະຖາກະຖາຫລາຍຄົນ ເນັ້ນໜັກວ່າ: ໃນສະພາບການເຊື່ອມໂຍງ, ນອກຈາກເລື່ອງລັດຍູ້ແຮງບັນດາການເຄື່ອນໄຫວສ່ົງເສີມດ້ານການຄ້າແລ້ວ, ວິສາຫະກິດກໍ່ຄວນເພີ່ມທະວີ ການໂຄສະນາຜະລິດຕະພັນ, ລົງທຶນປະກອບວັດຖຸອຸປະກອນຕື່ມອີກ ເພື່ອໃຫ້ຜະລິດຕະພັນບັນລຸຄຸນນະພາບ.