ບັນດາວິສາຫະກິດແຟງລັງຕີລາຄາສູງຄວາມສາມາດບົ່ມຊ້ອນລົງທຶນຢູ່ຫວຽດນາມ

ບັນດາວິສາຫະກິດແຟງລັງຕີລາຄາສູງຄວາມສາມາດບົ່ມຊ້ອນລົງທຶນຢູ່ຫວຽດນາມ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເປັນ​ປະ​ທານກອງ​ປະ​ຊຸມ​ສ​ຳ​ມະ​ນາ​ກັບ​ຜູ້​ຕາງ​ໜ້າ​
ວິ​ສາ​ຫະ​ກິດ ແຟງ​ລັງ
(ພາບ: Mạnh Hùng/TTXVN)

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ແຟງ​ລັງ, ວັນ​ທີ 26/9, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ມີ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ວົງ​ການ​ວິ​ສາ​ຫະ​ກິດ ແຟງ​ລັງ ຢູ່​ສຳ​ນັກ​ງານ​ສະ​ຫະ​ພັນ​ບັນ​ດາ​ວິ​ສາ​ຫະ​ກິດ​ປ​ະ​ເທດນີ້. ທີ່​ການ​ພົບ​ປະ, ບັນ​ດາ​ວິ​ສາ​ຫະ​ກິດ ແຟງ​ລັງ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ລົງ​ທຶນ​ຢູ່​ຕະຫຼາດ ຫວຽດ​ນາມ, ສະ​ແດງ​ຄວາມ​ຫວັງ​ວ່າ ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ແຮງ. ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຄື: ບຳ​ບັດ​ນ້ຳ​ເສຍ, ສິ່ງ​ເສດ​ເຫຼືອຈາກອຸດ​ສາ​ຫະ​ກຳ, ພະ​ລັງ​ງານ, ໄຟ​ຟ້າ, ທະ​ນາ​ຄານ, ການ​ເງິນ ແລະ ບຳ​ລຸງ​ສ້າງ​ທາງ​ການ​ບິນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່​ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ. ຜູ້​ຕາງ​ໜ້າ​ບາງວິ​ສ​າ​ຫະ​ກິດ​ມີ​ໂຄງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ກໍ່​ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ລົງ​ທຶນ, ຖື​ວ່າ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຢ່າງ​ແຮງ ແລະ ເໝາະ​ສົມ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ລົງ​ທຶນ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ