ບັນດາວິສາຫະກິດໄປສະນີ ຫວຽດນາມຕ້ອງຮ່ວມສຳພັນ ຢ່າງແຫນ້ນແຟ້ນກວ່າ

ບັນດາວິສາຫະກິດໄປສະນີ ຫວຽດນາມຕ້ອງຮ່ວມສຳພັນ     ຢ່າງແຫນ້ນແຟ້ນກວ່າ - ảnh 1
ການພົບປະສົນທະນາກ່ຽວກັບໄປສະນີ ຫວຽດນາມ
ພາບ:internet

(vovword) - ​ເປີດ​ປະຕູ​ຕະຫລາດ​ໄປສະນີ: “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ການ​ພົບ​ປະ​ສົນທະນາ ​ໂດຍ​ຫນັງສືພິມ​ໄປສະນີ ຫວຽດນາມ, ກົມ​ໄປສະນີ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/5 ຢູ່ ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ເປັນ​ເອກະ​ພາບ​​ໂດຍຖື​ວ່າ: ຕະຫລາດ​ໄປສະນີ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ແຕ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຂຸດ​ຄົ້ນ​ບໍ່ທັນ​ມີປະສິດທິ​ຜົນ, ຕະຫລາດ​ຖືກ​​ແກ້ງ​ແຍ້​ງຈາກ​ບັນດາ​ວິ​ສາ​ຫະກິດ​ຕ່າ​ງປະ​ເທດ. ທ່ານ Nguyen Thai Khang ຫົວຫນ້າ​ຄະນະ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ​ແລະ ໂທລະ​ຄົມ ສັງກັດ​ຫນັງສື​ພີ​ມ​ໄປສະນີ ຫວຽດນາມ ຖື​ວ່າ:

        “ບັນດາ​ວິສາ​ຫະກິດ​ໄປສະນີ ຫວຽດນາມ ຄວນ​​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ ​ເພາະວ່າ ກຳລັງ​ແຮງ​ຂອງ​ບັນດາ​ວິ​ສາ​ຫະກິດ​ບໍ່​ສະ​ເໝີ​ກັນ ​ແລະ ວິ​ສາ​ຫະກິດ​ໃຫຍ່​ບໍ່​ມີ​ຫລາຍ. ສະ​ນັ້ນ ບັນດາ​ວິ​ສາ​ຫະກິດ​ຄວນ​ຮ່ວມ​ມື​ນຳ​ກັນ​ເພື່ອ​ເສີມ​ຂະຫຍາຍ​ດ້ານ​ດີ​ເພື່ອ​ພ້ອມ​ກັນ​ພັດທະນາ. ”

 

 

ຂ່າວ/ບົດ​ອື່ນ