ບັນດາວິສາຫະກິດ ຍີ່ປຸ່ນ ຕີລາຄາສູງ ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ

(VOVWORLD) - ທ່ານສາດສະດາຈານ ເຈີ່ນວັນເທາະ, ເນັ້ນໜັກເຖິງເລື່ອງ ຫວຽດນາມ ປະຕິບັດວິວັດທະນາການຫລຸດຜ່ອນພາສີຕາມບັນດາສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມແລ້ວ, ກໍ່ຄືບັນດາ FTA
ບັນດາວິສາຫະກິດ ຍີ່ປຸ່ນ ຕີລາຄາສູງ ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ - ảnh 1 ທ່ານສາດສະດາຈານ ເຈີ່ນວັນເທາະ

ການລົງທຶນຂອງ ຈີນ ຈະສົ່ງຜົນກະທົບເຖິງເສດຖະກິດ ຫວຽດນາມ ໃນປີ 2018. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ເຈີ່ນວັນເທາະ, ມະຫາວິທະຍາໄລ Waseda ຍີ່ປຸ່ນ, ສະມາຊິກໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໃນການຕອບສຳພາດຂອງນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ. ຕາມທ່ານສາດສະດາຈານ ເຈີ່ນວັນເທາະ, ປະເທດ ຈີນ ນັບມື້ນັບພັດທະນາຢ່າງແຮງ, ພ້ອມກັບການເພີ່ມທະວີການລົງທຶນ ຢູ່ຕ່າງປະເທດຈະສົ່ງຜົນສະທ້ອນຫຼາຍເຖິງເສດຖະກິດ ຫວຽດນາມ ໃນປີ 2018. ນອກຈາກນັ້ນ, ທ່ານສາດສະດາຈານ ເຈີ່ນວັນເທາະ, ເນັ້ນໜັກເຖິງເລື່ອງ ຫວຽດນາມ ປະຕິບັດວິວັດທະນາການຫລຸດຜ່ອນພາສີຕາມບັນດາສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມແລ້ວ, ກໍ່ຄືບັນດາ FTA ໃໝ່ທີ່ໄດ້ລົງນາມຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP) ຫຼື ຍັງເອີ້ນວ່າ TPP11 (ສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ ເມື່ອ ອາເມລິກາ ຖອນຕົວອອກ) ກໍ່ຈະສົ່ງຜົນກະທົບຢ່າງແຮງເຖິງເສດຖະກິດ ຫວຽດນາມ.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບທ່າອ່ຽງລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ ໃນປີ 2018, ສາດສະດາຈານ ເຈີ່ນວັນເທາະ ໃຫ້ຮູ້ວ່າ: ເລື່ອງ ຍີ່ປຸ່ນ ກາຍເປັນນັກລົງທຶນໃຫຍ່ທີ່ສຸດເຂົ້າ ຫວຽດນາມ ໃນປີ 2017 ໄດ້ສະແດງໃຫ້ເຫັນສະພາບແວດລ້ອມແຫ່ງການລົງທຶນ ຢູ່ ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບການຕີລາຄາສູງຈາກວິສາຫະກິດ ຍີ່ປຸ່ນ. ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ກໍ່ມີລັກສະນະຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທຳ. ຄວາມສະໜິດຕິດພັນນັ້ນ ໄດ້ເຮັດໃຫ້ບັນດານັກລົງທຶນ ຍີ່ປຸ່ນ ມີຄວາມຫວັງຢາກລົງທຶນ ແລະ ຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ສາດສະດາຈານ ເຈີ່ນວັນເທາະ ຄາດວ່າ, ໄລຍະຈະມາເຖິງ, ທ່າອ່ຽງແຫ່ງການລົງທຶນຂອງ ຍີ່ປຸ່ນ ເຂົ້າ ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາໃນຂົງເຂດຕ່າງໆ. ກ່ຽວກັບດ້ານຈຳນວນປະຊາກອນ, ຫວຽດນາມ ແມ່ນປະເທດໃຫຍ່ ດັ່ງນັ້ນຈະມີຫຼາຍຂົງເຂດດຶງດູດການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ