ທ່ານ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລື
ກ່ຽວກັບສະພາບເສດຖະກິດສັງຄົມໃນເດືອນ 5 ແລະ 5 ເດືອນຜ່ານມາ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ໂດຍສືບຕໍ່ວາລະປະຊຸມລັດຖະບານປະຈຳເດືອນ 5, ຕອນເຊົ້າວັນທີ 02/06, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມໃນເດືອນ 5 ແລະ 5 ເດືອນຜ່ານມາ. ບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ເພື່ອເບິ່ງລວມແລ້ວ ເສດຖະກິດສັງຄົມໃນ 5 ເດືອນຜ່ານມາພືນຖານເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ອັດຕາດອກເບ້ຍມີທ່າອ່ຽງຫລຸດລົງ, ຕະຫລາດເງິນຕາຕ່າງປະເທດເປັນປົກກະຕິ, ການດຶງດູດ FDI ມີຄວາມຕັ້ງໜ້າ; ແຮງງານ, ວຽກເຮັດງານທຳ, ສະຫວັດດີການສັງຄົມ ແລະ ບັນດາຂົງເຂດສັງຄົມອື່ນ ໄດ້ຮັບການເອົາໃຈໃສ່ ແລະ ມີຜົນງານຢ່າງແນ່ນອນ; ຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັບປະກັນ; ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງຄົມມະນາຄົມມີການຫັນປ່ຽນ. ຈຸດພົ້ນເດັ່ນທີ່ສຸດຂອງເສດຖະກິດໃນ 5 ເດືອນຜ່ານມາແມ່ນປະສິດທິຜົນໃນການດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ໃນນັ້ນ ທຶນປະຕິບັດບັນລຸ 5,8 ຕື້ USD, ທຶນຈົດທະບຽນເກືອບ 10,2 ຕື້ USD. ໃນຊຸມເດືອນຕົ້ນປີ, ມີວິສາຫະກິດສ້າງຕັ້ງໃໝ່ແມ່ນ 44.740 ແຫ່ງ ດ້ວຍຈຳນວນທຶນຈົດທະບຽນ 350.000 ຕື້ດົ່ງ.
ທີ່ວາລະປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງບັນດາໜ້າທີ່ໃຫຍ່ໃນປີ 2016 ແມ່ນລະດັບເຕີບໂຕບັນລຸ 6,7%, ການສົ່ງອອກເພີ່ມຂຶ້ນກ່ວາ 10%, ໄພເງິນເຟີ້ບໍ່ເກີນ 5%. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດທັງ 2 ຄາດໝາຍແມ່ນການເຕີບໂຕ ແລະ ສະຖຽນລະພາບທາງເສດຖະກິດມະຫາພາກໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.