(vovworld) - ວັນທີ 24/7, ຕາມເວລາ ອາເມລິກາ, ສະມາຊິກສະພາສູງ ອາເມລິກາ John Kerry, ປະທານກຳມາທິການການຕ່າງປະເທດສະພາສູງ ອາເມລິກາ, ພ້ອມກັບບັນດາສະມາຊິກສະພາສູງ Jim Webb, Lugar, Jamer Inhofe ແລະ Lieberman ໄດ້ແນະນຳມະຕິ S.Res 524 ຢູ່ສະພາສູງ ອາເມລິກາ, ໃນນັ້ນ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ທິ່ມີຕໍ່ຖະແຫຼງການ DOC ກ່ຽວກັບບັນຫາທະເລຕາເວັນອອກລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ ແລະ ຈີນ ເຊິ່ງໄດ້ຮັບການລົງນາມໃນປີ 2002. ມະຕິ ໄດ້ຄັດສະເໜີຖະແຫຼງການ DOC ໃນນັ້ນຊີ້ແຈງວ່າ: ລັດຖະບານຂອງບັນດາປະເທດ ອາຊຽນ ແລະ ຈີນ ໄດ້ຢັ້ງຢືນຈະປະຕິບັດດ້ວຍຄວາມລະງັບໃຈໃນວິວັດການຜັນຂະຫຍາຍການເຄື່ອນໄຫວຕ່າງໆ, ຫຼີກລ້ຽງເຮັດໃຫ້ສະພາບການພິພາດກັນ ສັບສົນ ແລະ ປິນຂັ້ນໄດ, ໃຫ້ຄຳໝັ້ນສັນຍາການເດີນທະເລໂດຍເສລີ ຢູ່ທະເລຕາເວັນອອກ, ປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ ປີ 1982 ຂອງ ສະຫະປະຊາຊາດ. ມະຕິ ໂດຍບັນດາສະມາຊິກສະພາສູງ ອາເມລິກາ ຮຽບຮຽງ ກໍຊຸກຍູ້ບັນດາປະເທດສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນບັນຫານີ້ ຢ່າງຍາວນານ. ໃນຂະນະທີ່ ຍັງບໍ່ທັນຮັບຮອງເອົາຂໍ້ກຳນົດການປະພຶດຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (ຫຼື COC), ຝ່າຍຕ່າງໆ ຕ້ອງປະຕິບັດ DOC ຢ່າງເຂັ້ມງວດ, ສະໜັບສະໜູນບັນດາບາດກ້າວຮ່ວມມື, ພົວພັນຕ່າງປະເທດ ຂອງບັນດາປະເທດ ທີ່ມີການພິພາດກັນ ເພື່ອແກ້ໄຂການພິພາດອະທິປະໄຕ ແລະ ໜູນຊ່ວຍບັນດາຝ່າຍແກ້ໄຂບັນດາການພິພາດກັນໂດຍສັນຕິວິທີ ດ້ວຍການນຳໃຊ້ກົດໝາຍສາກົນ.
ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 25/7, ຕາມເວລາ ອາເມລິກາ, ທ່ານສະມາຊິກສະພາສູງ John McCain, ຮອງປະທານກຳມາທິການກຳລັງທະຫານ ສະພາສູງ ອາເມລິກາ ໄດ້ຖະແຫຼງ ຄັດຄ້ານການກະທຳ ໃນເວລາ ມໍ່ໆມານີ້ຂອງ ຈີນ ຢູ່ທະເລຕາເວັນອອກ. ທ່ານສະມາຊິກສະພາສູງ John McCain ຖືວ່າ: ຂໍ້ຕົກລົງຂອງ ຄະນະພັກການທະຫານສູນກາງ ຈີນ ຜັນຂະຫຍາຍທະຫານ ໄປຍັງເກາະແຫ່ງຕ່າງໆຢູ່ເຂດທະເລຕາເວັນອອກ, ບັນດາເກາະແຫ່ງນີ້ ຫວຽດນາມ ກໍ່ໄດ້ຖະແຫຼງອະທິປະໄຕ, ນີ້ແມ່ນຂໍ້ຕົກລົງເກາະຜິດທີ່ບໍ່ຈຳເປັນ, ບັນດາການກະທຳນັ້ນກໍຄວາມເສຍຫວັງ ແລະ ບໍ່ສົມເປັນປະເທດມະຫາອຳນາດທີ່ມີຄວາມຮັບຜິດຊອບ. ອາເມລິກາ ຕ້ອງສືບຕໍ່ຊຸກຍູ້ທຸກໆ ຝ່າຍທີ່ຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ ຈົ່ງຊອກຫາມາດຕະການຫຼາຍຝ່າຍ ແລະ ສັນຕິພາບ ໂດຍອີງຕາມກົດໝາຍສາກົນ ພ້ອມທັງປະຕິບັດບັນດາຫຼັກການເດີນທະເລເສລີ ຢູ່ບັນດາເຂດທະເລສາກົນ.