ບັນດາຫົວໜ້າການແຫ່ຂະບວນປະທ້ວງຢູ່ຮົງກົງ(ຈີນ)ອອກຍອມຈຳນົນ
(ພາບປະກອບຈາກ Reuters)
(vovworld) – 3 ຄົນລິເລີ່ມຂະບວນການແຫ່ຂະບວນປະທ້ວງ “ຢືດຄອງສູນກາງ” ຢູ່ເຂດປົກຄອງພິເສດ ຮົງກົງ (ຈີນ) ໄດ້ອອກຍອມຈຳນົນພາຍຫຼັງຮຽກຮ້ອງຢຸດຕິການແຫ່ຂະບວນປະທ້ວງຢູ່ຕາມຖະໜົນ. 3 ບຸກຄົນດັ່ງກ່າວໃຫ້ຮູ້ວ່າ: ເຂົາເຈົ້າອອກຍອມຈຳນົນແມ່ນຍ້ອນຢາກຮັບປະກັນຄວາມປອດໄພໃຫ້ບັນດາຜູ້ແຫ່ຂະບວນປະທ້ວງ ແລະ ສະແດງໃຫ້ເຫັນຄວາມເຄົາລົບກົດໝາຍ. ພາຍຫຼັງອອກຍອມຈຳນົນ ແລະ ແຈ້ງລາຍງານກັບຕຳຫຼວດ, ທັງ 3 ຄົນໄດ້ຮັບການປ່ອຍຕົວເປັນອິດສະຫລະໃນທັນທີ. ນອກຈາກ 3 ບຸກຄົນດັ່ງກ່າວ, ຍັງມີນັບສິບຄົນກໍ່ມີແຜນການຈະອອກຍອມຈຳນົນ. ຂະບວນການ “ຢືດຄອງສູນກາງ” ເກີດຂຶ້ນຢູ່ ຮົງກົງນັບແຕ່ວັນທີ 28/9, ກໍ່ຄວາມສັບສົນທາງຄົມມະນາຄົມ, ກໍ່ຜົນສະທ້ອນເຖິງຂະແໜງທ່ອງທ່ຽວເຊິ່ງແມ່ນຂະແໜງປາຍແຫຼມ, ການເຄື່ອນໄຫວດຳເນີນທຸລະກິດ, ພິເສດແມ່ນຕະຫຼາດອາສັງຫະລິມະຊັບ.