ບັນດາອົງການສາສະຫນາ,ອົງການທູຕານຸທູດອວຍພອນບຸນເຕັດອຳນາດການປົກຄອງ,ປະຊາຊົນທ້ອງຖິ່ນຕ່າງໆ
ການນຳອົງການພຸດທະສາສະຫນາອວຍພອນບຸນເຕັດຄະນະກຳມະການ
ປະຊາຊົນນະຄອນຮ່າໂນ້ຍ
|
(vovworld)- ວັນທີ 1/ 2 ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດຕ້ອນຮັບບຸນປີໃຫມ່ປີວອກ 2016, ຜູ້ຕາງຫນ້າຄະນະການນຳສະມາຄົມສາສະຫນາໂປແຕດສະຕັງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ. ນະທີ່ນີ້, ທ່ານ ຫວູຮົ່ງແຄງ, ຮອງປະທານປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ແຜນນະໂຍບາຍລວມຂອງນະຄອນຮ່າໂນ້ຍ ຍາມໃດກໍເຄົາລົບສິດເສລີ, ການເຫລື້ອມໃສສາສະຫນາ, ເບີ່ງແຍງດູແລ, ຊຸກຍູ້, ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນເຊື່ອຖືສາສະຫນາ ແລະ ບໍ່ເຊື່ອຖືສາສະຫນາ ຊ່ວຍພໍ່ແມ່ນປະຊາຊົນມີຊີວິດອີ່ມຫນຳສຳລານພູນສຸກ. ໃນວັນດຽວກັນ, ຢູ່ ນະຄອນ ໂຮ່ຈິມີນ, ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໄດ້ຈັດຕັ້ງການພົບປະສັງສັນບັນດາອົງການທູຕານຸທູດຢູ່ ນະຄອນ ໂຮ່ຈິມີນ. ກ່າວຄຳເຫັນທີ່ການພົບປະ, ທ່ານ Douglas Barnes, ຫົວຫນ້າສະຖານກົງສູນ ລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ ຢູ່ ນະຄອນ ໂຮ່ຈິມີນ ເນັ້ນຫນັກວ່າ: ນະຄອນໂຮ່ຈິມີນ ຍາມໃດກໍໄດ້ຮັບຖືວ່າ ແມ່ນທ້ອງຖິ່ນນຳນຫ້າກ່ຽວກັບການປະຕິຮູບເສດຖະກິດ ແລະ ປະຕິຮູບລະບອບນະໂຍບາຍຢູ່ ຫວຽດນາມ. ນະຄອນ ໂຮ່ຈິມີນ ບໍ່ພຽງແຕ່ແມ່ນສະຖານທີ່ດຶງດູດການລົງທຶນດຳເນີນທຸລະກິດເທົ່ານັ້ນ ຫາກຍັງແມ່ນແຫ່ງທີ່ມີຂໍ້ລິເລີ່ມຫລາຍຢ່າງກ່ຽວກັບການປ່ຽນແປງໃຫມ່.