ບັນດາອົງການສາສະໜາຮ່ວມເດີນທາງພ້ອມກັບປະເທດຊາດ,ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວສ້າງສາປະເທດໃຫ້ພັດທະນາ

ບັນດາອົງການສາສະໜາຮ່ວມເດີນທາງພ້ອມກັບປະເທດຊາດ,ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວສ້າງສາປະເທດໃຫ້ພັດທະນາ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
​ພົບ​ປະ​ກັບບັນ​ດາຜູ້​ມີ​ຍົດ​ສັກຕຳ​ແໜ່ງ​ທາງ​ສາ​ສະ​ໜາ)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 18/08, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ພົບ​ປະ​ກັບບັນ​ດາຜູ້​ມີ​ຍົດ​ສັກຕຳ​ແໜ່ງ​ທາງ​ສາ​ສະ​ໜາ ທີ່​ຕາງ​ໜ້າງ​ໃຫ້ 17 ອົງ​ການ​ສາ​ສະ​ໜາ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ​ສະ​ຫຼອງ 71 ປີ​ແຫ່ງ​ການ​ປ​ະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງ ແລະ ຍ້ອງ​ຍໍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​​ພໍ່​ແມ່ປະ​ຊາ​​ຊົ​ນ​ບັນ​ດາ​ສາ​ສະ​ໜາ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປ​ັກ​ຮັກ​ສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ເທດ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ວ່າ.

        “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ຄະ​ນະ​ພັກ, ​ອຳ​ນາດການ​ປົກ​ຄ​ອງທຸກ​ຂັ້ນ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່ ແລະ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍຂອງ​ພັກ, ກົດ​ໝາຍ​ຂອງ​​ລັດ ກ່ຽວ​ກັບ​ສາ​ສະ​ໜາຢ່າງ​ຄົບ​ຖ້ວນ; ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ມີ​ສະ​ຕິ​ປົກ​ປັ​ກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​​ທີ່​ສັກ​ກະ​ລະ​ບຸ​ຊາ​ຂອງ​ປະ​ເທດ​​ຢ່າງຄົບ​ຖ້ວນ, ເຮັດ​ໃຫ້​ບັນ​ດາ​ສາ​ສະ​ໜາສະ​ໜິດ​ຕິດ​ພັນ​ກັບ​ປະ​ເທດ​ຊາດ, ສາ​ມັກ​ຄີ​ປອງ​ດອງ​ບັນ​ດາ​ສາ​ສະ​ໜາ ພ້ອມ​ກັບ​ທົ່ວ​ປວງ​ຊົນແຂ່ງ​ຂັນສ້າງ​ສາ, ປົກ​ປັກ​ຮັກ​ສາ​ ແລະ ພັດ​ທະ​ນາປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ