ບັນ​ດາ​ອົງ​ການ​​ສາ​ສະ​ໜາ ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ

(VOVWORLD) -  “ການເຄື່ອນໄຫວຂອງບັນດາອົງການສາສະໜາ ໄດ້ສ້າງການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນທີ່ນັບຖືສາສະໜາ ສຳລັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ”. 
ບັນ​ດາ​ອົງ​ການ​​ສາ​ສະ​ໜາ ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ  ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງທາງສາສະໜາ ທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14 (ພາບ:TTXVN)

“ການເຄື່ອນໄຫວຂອງບັນດາອົງການສາສະໜາ ໄດ້ສ້າງການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນທີ່ນັບຖືສາສະໜາ ສຳລັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງທາງສາສະໜາ ທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14, ເຊິ່ງຖືກຈັດຂຶ້ນໃນວັນທີ 11 ພະຈິກ ຢູ່ຮ່າໂນ້ຍ.

        ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາອົງການສາສະໜາ, ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ: ບໍ່ພຽງແຕ່ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສ, ຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນເທົ່ານັ້ນ, ການເຄື່ອນໄຫວຂອງບັນດາອົງການສາສະໜາ ຍັງສ້າງຂະບວນການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາໃນທົ່ວປະເທດ ກັບບັນດາແຜນນະໂຍບາຍ ຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ປີນີ້, ບັນດາອົງການສາສະໜາ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ  ໄດ້ເຂົ້າຮ່ວມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ.

        ທີ່ການພົບປະ, ບັນດາຜູ້ມີຍົດສັກຕຳແໜ່ງທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14 ໄດ້ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ການປະກອບສ່ວນຂອງບັນດາອົງການດັ່ງກ່າວໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ