ບັນດາອະດີດນັກໂທດປະຕິວັດ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງການປະຕິວັດຫວຽດນາມ

ບັນດາອະດີດນັກໂທດປະຕິວັດ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງການປະຕິວັດຫວຽດນາມ - ảnh 1
(ບັນດາ​​ອະດີດ​ນັກ​ໂທດປະຕິວັດ ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ
​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງການ​ປະຕິວັດ​ຫວຽດນາມ)

(vovworld) – ຕອນ​ຄໍ່າ​ວັນ​ທີ 09/12, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຕາງໜ້ານຄະ​ນະ​ພັກ​ໃນ​ບັນດາ​ຄຸກຂອງ​ອາ​ເມ​ລິ​ກາ, ​ຫຸ່ນ​ໄຊ​ງ່ອນ, ໃນ​ໄລຍະ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ 130 ຄົນ, ​ເນື່ອງ​ໃນ​ໂອກາດ​ກັບ​ເມືອນະຄອນຫຼວງ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນບັນດາ​ຜູ້​ແທນ​ຂັ້ນ​ຄະນະ​ພັກ, ​ອະດີດ​ນັກ​ໂທດປະຕິວັດທີ່ຖືກ​ສັດຕູຈັບ​ຕົວ ​ແລະ ຄຸ​ມຂັງ ​ໂດ​ຍຄະນະ​ເລຂາ​ສູນ​ກາງ​ພັກ​ຈັດ​ຕັ້ງ. ​ເນັ້ນ​ນັກ​ເຖິງ​ນ້ຳ​ໃຈ​ກ້າຫານ, ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຮັກສາ​ເຈດຈຳນົງ​ປະຕິວັດ​ເມື່ອ​ຖືກ​ສັດຕູ​ຈັບຕົວ… ທ່ານ​ປະທານ​ປະ​ເທດ ​ໄດ້​ຫວນ​ຄືນ​ໄລຍະ​ອັນ​ສະຫງ່າ​ລາສີ​​​ຂອງ​ບັນດາ​ຜູ້​ແທນ​​ໃນ​ເມື່ອ​ກ່ອນເພື່ອ​ຮູ້ສຶກ​​ເອກອ້າງ​ທະນົງ​ໃຈ​ຕໍ່ຄວາມອົງອາດ​ກ້າຫານ ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ​ກອມ​ມູນິດ​ຫວຽດນາມ, ບັນດາ​​ອະດີດ​ນັກ​ໂທດປະຕິວັດ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ປະຕິວັດ​ປະ​ເທດ​ຕົນ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນວ່າ, ຜູ້​ແທນ​ແຕ່ລະຄົນ ​ເມື່ອ​ກັບ​ຄືນ​ຊີວິດ​ປະຈຳ​ວັນ ຈະ​ສືບ​ຕໍ່​ຍົກ​ສູງ​ຈິດ​ໃຈ​ປະຕິວັດ, ປະກອບສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ກໍ່ສ້າງ​ພັກ ​ແລະ ​ປາດ​ຖະໜາ​ວ່າ, ບັນດາ​ຜູ້​ແທນ​ສືບ​ຕໍ່​ສຶກສາ​ມູນ​ເຊື້ອ​ການ​ປະຕິວັດ ​ແລະ ​ເປັນ​ແບບຢ່າງ​ໃຫ້​ລຸ້ນໜຸ່ມ​ຮໍ່າຮຽນ​ຕາມ.

ຂ່າວ/ບົດ​ອື່ນ