ບັນດາເຂດອຸດສາຫະກຳໜູນຊ່ວຍປະກອບສ່ວນຫັນປະເທດເປັນອຸດສາຫະກຳ-ທັນສະໄໝ
(ທ່ານປະທານປະເທດ ເຈືອງເຕີນຊາງ ລົງສຳຫຼວດຕົວຈິງເຂດອຸດສາຫະກຳໜູນຊ່ວຍ
ໃນບໍລິເວນເມືອງ ຟູ໋ຊວຽນ, ຮ່າໂນ້ຍ)
(vovworld) – ບັນດາເຂດອຸດສາຫະກຳໜູນຊ່ວຍປະກອບສ່ວນຫັນປະເທດເປັນອຸດສາຫະກຳ - ທັນສະໄໝ - ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໃນການລົງສຳຫຼວດຕົວຈິງເຂດອຸດສາຫະກຳໜູນຊ່ວຍໃນບໍລິເວນເມືອງ ຟູ໋ຊວຽນ, ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ ເລື່ອງສ້າງຕັ້ງບັນດາເຂດອຸດສາຫະກຳໜູນຊ່ວຍແມ່ນແຜນນະໂຍບາຍຢ່າງຖືກຕ້ອງຂອງພັກ ແລະ ລັດ, ແມ່ນພື້ນຖານສຳຄັນຊຸກຍູ້ອຸດສາຫະກຳຜະລິດ, ນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ. ທ່ານປະທານປະເທດ ສະເໜີໃຫ້ບັນດາເຈົ້າຂອງລົງທຶນ, ບັນດາຄະນະ , ຂະແໜງການໃນນະຄອນ ຮ່າໂນ້ຍ ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ປະກາດໃຊ້ບັນດາກົນໄກນະໂຍບາຍຢ່າງທັນການໂດຍໄວ, ສ້າງກົນໄກອຳນວຍຄວາມສະດວກເພື່ອດຶງດູດບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າ ຫວຽດນາມ.
ເຂດອຸດສາຫະກຳໜູນຊ່ວຍທາງທິດໃຕ້ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາໂຄງການສຳຄັນນອນໃນບັນດາແຜນສັງລວມພັດທະນາອຸດສາຫະກຳຂອງທົ່ວປະເທດ ແລະ ແຜນພັດທະນາເສດຖະກິດ ສັງຄົມຂອງ ຮ່າໂນ້ຍ ຮອດປີ 2020, ກຳນົດທິດຮອດປີ 2030. ນີ້ແມ່ນໂຄງການເຂດອຸດສາຫະກຳລວມສູນໃຫ້ຂະແໜງໜູນຊ່ວຍທຳອິດໄດ້ຮັບການຜັນຂະຫຍາຍ, ມີຂອບຂະໜາດ 640 ha, ກຳນົດທິດຈະເປີດກ້ວາງ 2000 ha. ໂຄງການດຶງດູດຄວາມສົນໃຈຂອງວິສາຫະກິດຂະໜາດໃຫຍ່, ນ້ອຍ 3000 ແຫ່ງຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ຄົນງານກ່ວາ 300.000 ຄົນ. ພິເສດ, ໂຄງການນີ້ ຈະສ້າງລັກສະນະແຜ່ລາມເຂດອຸດສາຫະກຳລົງເລິກ ດ້ວຍອຸດສາຫະກຳໜູນຊ່ວຍທຳອິດຢູ່ ຫວຽດນາມ ເວົ້າສະເພາະ ແລະ ສ້າງຕັ້ງການພັດທະນາບັນດາເຂດອຸດສາຫະກຳໜູນຊ່ວຍຂອງ ຫວຽດນາມ ເວົ້າລວມ.