(vovworld) – ວັນທີ 20/05, ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊິຟິກ (APEC) ຖືກໄຂຂຶ້ນຢູ່ເກາະ Boracay, ຂຶ້ນກັບແຂວງ Aklan, ທາງພາກກາງ ຟີລິບປີນ ເພື່ອປຶກສາຫາລືບັນດາການກະທຳໃນນະໂຍບາຍໃໝ່ ແນໃສ່ຊຸກຍູ້ດ້ານການຄ້າ ແລະ ການເຕີບໂຕຂອງບັນດາພື້ນຖານເສດຖະກິດອາຊີ - ປາຊິຟິກ. ທ່ານນາງ Laura del Rosario, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຟີລິບປິນ ທັງເປັນ ປະທານກອງປະຊຸມ APEC 2015, ໃຫ້ຮູ້ວ່າ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈະປຶກສາຫລືບັນດາຂໍ້ລິເລີ່ມ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດໃນພາກພື້ນ ແລະ ຍົກເລີກຮົ້ວກີດຂວາງສຳລັບດ້ານການຄ້າ ແລະ ການຈໍລະຈອນສິນຄ້າ, ການບໍລິການ ແລະ ມະນຸດລະຫວ່າງບັນດາພື້ນຖານເສດຖະກິດພາກພື້ນ. ກອງປະຊຸມກໍ່ສຸມໃສ່ເຂົ້າໃນເລື່ອງຮັບປະກັນໃຫ້ປະຊາຊົນ, ວິສາຫະກິດ ແລະ ລັດຖະບານບັນດາພື້ນຖານເສດຖະກິດ APEC ກຳໄດ້ບັນດາກາລະໂອກາດໃໝ່ກ່ຽວກັບດ້ານເສດຖະກິດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຜ່ານການຮ່ວມສຳພັນ ແລະ ການພົວພັນການຄ້າທີ່ໃຫຍ່ກວ່າ, ກໍ່ຄືກໍ່ສ້າງບັນດາປະຊາຄົມທີ່ແຂງແຮງ.