ບັນດາເປົ້າໝາຍສອດແນມອັນດັບໜຶ່ງຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ

ບັນດາເປົ້າໝາຍສອດແນມອັນດັບໜຶ່ງຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ - ảnh 1
ສຳນັກງານອົງການປ້ອງກັນຄວາມສະຫງົບແຫ່ງຊາດ ອາ​ເມ​ລິ​ກາ (NSA)
(ພາບ: wordpress.com)

(vovworld) – ວາລະສານ “Der Spiegel“ ​ໄດ້​ຄັດ​ສະ​ເໜີ​ເອກະສານ​ສະບັບ​ໜຶ່ງ ​ໂດຍ​ອະດີດ​ພາລະ​ກອນ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ Edward Snowden  ​ເປີດ​ເຜີຍ ທີ່​ວ່າ, ສະຫະພາບ​ເອີ​ລົບ (EU) ​ໄດ້​ຮັບ​ຖື​ວ່າ​ແມ່ນ “​ເປົ້າ​ໝາຍ​ຕົ້ນ​ຕໍ່“ ​ໃນ​ບັນດາ​ເປົ້າ​ໝາຍ​ສອດ​ແນມ​ຂອງ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NSA). ອາ​ເມລິ​ກາ​ຈັດ​ຈີນ, ລັດ​ເຊຍ, ອີ​ຮານ, ປາ​ກິ​ສະຖານ ​ແລະ ສປປ​ເກົາຫຼີ ​ແມ່ນ​ບັນດາ​ເປົ້າ​ໝາຍ​ສອດ​ແນມ​ອັນ​ດັບ​ໜຶ່ງ. ​ເຢຍລະ​ມັນ, ຝລັ່ງ ​ແລະ ຍີ່ປຸ່ນ “​ໄດ້​ຮັບ​ຄວາມ​ສົນ​ໃຈ“ ​ໃນ​ລະດັບ​ປານ​ກາງ. ຄຳ​ເປີດ​ເຜີຍ​ຫຼ້າ​ສຸດ​ນີ້ ມັນ​ຖືກ​ກັບ​ເອກະສານ​ກ່ອນ​ນັ້ນ​ຂອງ NSA ​ໂດຍ Snowden  ​ປະກາດ, ​ໃນ​ນັ້ນ​ເວົ້າ​ວ່າ, ວໍ​ຊິງ​ຕັນ​ພວມ​ຕິດ​ຕາມ​ບັນດາ​ຫ້ອງການ​ຂອງ ອີ​ຢູ ຢູ່ ບຣຸກ​ແຊນ, ​ແບນ​ຊິກ ​ແລະ ອາ​ເມ​ລິ​ກາ, ສິ່ງ​ດັ່ງກ່າວ​ໄດ້​ພາ​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ​ບໍ່ພໍ​ໃຈ.

ຂ່າວ/ບົດ​ອື່ນ