ບັນດາແຂວງພາກກາງຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພະຍຸ
ດ່າໜັງຖືກຜົນເສຍຫາຍຢ່າງໜັກໜ່ວງພາຍລັງພະຍຸ
(ພາບ: Đ.H)
(vovworld) – ພາຍຫຼັງທີ່ພະຍຸ 3 ລູກ: Usagi, Wutip ແລະ Nari ເກີດຂຶ້ນຢູ່ບັນດາແຂວງພາກກາງຫວຽດນາມ ໃນເວລາເກືອບ 1 ເດືອນຜ່ານມາ (18/9 – 15/10) ໄດ້ເຮັດໃຫ້ 51 ຄົນເສຍຊີວິດ, ກ່ວາ 600 ຄົນຮັບບາດເຈັບ ແລະ ຄາດວ່າຜົນເສຍຫາຍແມ່ນກ່ວາ 16.000 ຕື້ດົ່ງ. ບົດລາຍງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ມີເຮືອນຊານກ່ວາ 122.000 ຫຼັງຖືກເປເພ, ເຂົ້າສານ, ພືດ ແລະ ຕົ້ນໄມ້ອຸດສາຫະກຳນັບໝື່ນ ha ຖືກເສຍຫາຍ. ຕໍ່ໜ້າຜົນເສຍຫາຍຢ່າງໜັກໜ່ວງຈາກພະຍຸລູກຕ່າງໆຜ່ານມາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະເໜີໃຫ້ລັດຖະບານ ຊີ້ນຳລະບົບທະນາຄານໂຈະໜີ້, ໜູນຊ່ວຍກຳໄລເງິນກູ້ຢືມໃຫ້ບັນດາຄອບຄົວທີ່ໄດ້ກູ້ຢືມເງິນທຳການຜະລິດ. ໄລ່ຮອດວັນທີ 15/10/2013, ແນວໂຮມປະເທດຊາດ ໄດ້ຮັບການສະໜັບສະໜູນຈາດບັນດາອົງການຈັດຕັ້ງສ່ວນບຸກຄົນ ແລະ ປະຊາຊົນຈຳນວນເງິນເກືອບ 84 ຕື້ດົ່ງ ພ້ອມກັບເຄື່ອງໃຊ້ສອຍທີ່ຈຳເປັນອື່ນໆເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມ.