ບັນດາແຂວງເຂດທົ່ງພຽງແມ່ນຳ້ຂອງຄວນຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່
(ບັນດາແຂວງເຂດທົ່ງພຽງແມ່ນຳ້ຂອງ
ຄວນຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່)
(vovworld) - ວັນທີ 9/7, ຢູ່ນະຄອນເກິ່ນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວໃນ 6 ເດືອນຕົ້ນປີ 2014 ແລະ ວາງທິດທາງເຄື່ອນໄຫວໃນ 6 ເດືອນທ້າຍປີ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕີລາຄາສູງເລື່ອງທ້ອງຖີ່ນຕ່າງໆໃນເຂດທົ່ງພຽງແມ່ນຳ້ຂອງໄດ້ຜັນຂະຫຍາຍບັນດາແຜນນະໂຍບາຍ, ມາດຕະການຂອງລັດຖະບານຢ່າງຄົບຊຸດ ແລະ ເດັດດ່ຽວ, ກໍ່ຄືບັນລຸໄດ້ຫຼາຍຕົວເລກຄາດໝາຍເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ 2014…ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ທ້ອງຖີ່ນ ຕ່າງໆສືບຕໍ່ພັດທະນາເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ເຊິ່ງຈຸດສຸມແມ່ນການສ້າງໂຄງປະກອບຂະແໜງກະສີກຳ, ເພີ່ມທະວີສາຍພົວພັນລະຫວ່າງຊາວກະສີກອນກັບຊາວກະສີກອນ, ລະຫວ່າງຊາວກະສີກອນກັບວິສາຫະກິດ ເພື່ອຊອກຫາຕະຫຼາດ, ຮັບປະກັນຈຳໜ່າຍຜະລິດຕະພັນກະເສດເປັນຢ່າງດີ. ທ້ອງຖີ່ນຕ່າງໆຄວນຍູ້ແຮງການນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດ ເພື່ອແນໃສ່ຍົກສູງຄຸນນະພາບ ແລະ ມູນຄ່າໃຫ້ຜະລິດຕະພັນກະເສດ; ເປັນເຈົ້າການມີບັນດາວິທີການເພື່ອເປີດກວ້າງຕະຫຼາດ.