ບັນດາແຜນຮ່າງກະກຽມຈັດຕັ້ງIPU-132ສຳເລັດໂດຍພື້ນຖານ

ບັນດາແຜນຮ່າງກະກຽມຈັດຕັ້ງIPU-132ສຳເລັດໂດຍພື້ນຖານ - ảnh 1
ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​​ການ​ທູດ​ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ IPU 132
(ພາບ: Phạm Kiên/TTXVN)

(​vovworld) – ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU – 132) ຈະ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 28/3 – 1/4/2015. ນ​ີ້​ແມ່ນ​ເຫດ​ການ​ທາງ​ການ​ທູດ​ລັດ​ຖະ​ສະ​ພາ​ໃຫຍ່​ສຸດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາ​ກົນ​ທີ່​ມາ​ຈາກ​ປະ​ມານ 150 ປະ​ເທດ ແລະ ອົງ​ການ​ສາ​ກົນ.

        ທ່ານ ຫວູ​ຫາຍ​ຮ່າ, ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ ສາ​ພາ​ແຫ່ງ​ຊາດ, ຫົວ​ໜ​້າ​ຄະ​ນະ​ເລ​ຂາ​ແຫ່ງ​ຊາດ IPU – 132, ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ແຜນ​ຮ່າງວຽກ​ງານ​ກະ​ກຽມ​ຈັດ​ຕັ້ງ​ເຫດ​ການ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ, ເປັນຫຼັກ​ຖານ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຈັດ​ຕັ້ງ ແລະ ຮັບ​ໃຊ້​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ແລະ ຜູ້​ແທນ​ສາ​ກົນ​​ຂຶ້ນ​ແຜນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ຄາດ​ວ່າ, ຄະ​ນະ​ຈັດ​ຕັ້ງ​ຈະ​ແລກ​ປ່ຽນ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ເພື່ອໃຫ້​ກອງ​ປະ​ຊຸມ​​ສະ​ມັດ​ຊາ​ໃຫຍ່​ຄັ້ງ​ນີ້​ອອກ​ຖະ​ແຫຼງ​ການ​ (ເອີ້ນ​ວ່າ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ), ໃນ​ນັ້ນ​ສະ​ແດງ​​ໃຫ້​ເຫັນໝາກ​ຜົນ​ຂອງ​ການ​ປຶກ​ສາ​ຫາ​ລື​ຂອງ​ບັນ​ດາ​ຜູ້​ແທນ​ກ່ຽວ​ກັບ​ເນື້ອ​ໃນ​ລາຍ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132.


ຂ່າວ/ບົດ​ອື່ນ