ບັນດາແຜນຮ່າງວິທະຍາສາດເຕັກໂນໂລຢີໄດ້ຮັບການອະນຸມັດຜ່ານຕ້ອງມີໝາກຜົນ,ຜະລິດຕະພັນລະອຽດ

ບັນດາແຜນຮ່າງວິທະຍາສາດເຕັກໂນໂລຢີໄດ້ຮັບການອະນຸມັດຜ່ານຕ້ອງມີໝາກຜົນ,ຜະລິດຕະພັນລະອຽດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP/Đình Nam)

(vovworld) – ວັນ​ທີ 24/4, ທີ່​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ 3 ​ໂຄງການ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ (ໂຄງການພັດທະນາຜະລິດຕະພັນແຫ່ງຊາດຮອດປີ 2020, ໂຄງການແຫ່ງຊາດພັດທະນາເຕັກໂນ ໂລຢີສູງຮອດປີ 2020, ໂຄງການປ່ຽນໃໝ່ເຕັກໂນໂລຢີແຫ່ງຊາດຮອດປີ 2020), ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າບົນຈິດໃຈປ່ຽນໃໝ່ວຽກງານວິທະຍາສາດ ເຕັກໂນໂລຢີໃນສະພາບ ການໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕ້ອງກວດກາຄືນບັນດາແຜນຮ່າງ, ໜ້າທີ່ວິທະຍາສາດເຕັກໂນໂລຢີ, ປະຕິບັດໜ້າທີ່ຄຸ້ມຄອງລັດເປັນຢ່າງດີ. ໃນໄລຍະ 2014 – 2015, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງ ການເງິນ ໂດຍອີງຕາມ ສະພາບການ, ຄາດຄະເນລາຍຮັບ, ຈາກນັ້ນໄດ້ ປະກາດຄວາມສາມາດດູນດຽງແຫຼ່ງເງິນ ໃຫ້ແກ່ 3 ໂຄງການເຕັກໂນໂລຢີແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ວ່າບັນດາ ແຜນຮ່າງ, ໜ້າທີ່ວິທະຍາສາດ ເຕັກໂນໂລຢີ ທີ່ໄດ້ຮັບການ ອະນຸມັດຜ່ານຜັນຂະຫຍາຍ, ​ແມ່ນ​ຕ້ອງ​ເຮັດ​​ແບບ​ກະທັດ​ລັດ, ມີປະສິດທິຜົນ, ມີຜະລິດຕະພັນລະອຽດໃນໄລຍະ 2 ປີ 2014 – 2015, ກ່ອນທີ່ກະກຽມໃຫ້ໂຄງການຄົ້ນຄ້ວາ ວິທະຍາສາດເຕັກໂນໂລຢີ ໃນໄລຍະຕໍ່ໄປ.

 

ຂ່າວ/ບົດ​ອື່ນ